ອິດ​ສະ​ລາ​ແອັນ ຊຸກ​ຍູ້​ແຜນ​ການ​ກໍ່​ສ້າງ​ເຮືອນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ເກືອບ 4500 ຫຼັງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) - ວັນທີ 15 ພຶດສະພາ, ອົງການບໍ່ຂຶ້ນກັບລັດຖະບານ Peace Now ໃຫ້ຮູ້ວ່າ ອິດສະລາແອັນ ພວມຊຸກຍູ້ບັນດາແຜນການກໍ່ສ້າງເຮືອນ 4.427 ຫຼັງຢູ່ເຂດຕັ້ງຖິ່ນຖານຄົງທີ່ຊາວຢິວ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຊິ່ງ ປາແລັດສະຕິນພວມຢຶດຄອງ.
ອິດ​ສະ​ລາ​ແອັນ ຊຸກ​ຍູ້​ແຜນ​ການ​ກໍ່​ສ້າງ​ເຮືອນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ເກືອບ 4500 ຫຼັງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1ເຂດຕັ້ງຖິ່ນຖານຄົງທີ່ Givat Zeev  ຂອງ ອິດສະລາແອັນ (ພາບ: AFP/TTXVN)

ຕາມ Peace Now ແລ້ວ, ຄະນະກຳມະການແຜນການຂັ້ນສູງ ຂອງກົມພົນລະເຮືອນ ອິດສະລາແອັນ ໄດ້ອະນຸມັດຄັ້ງສຸດທ້າຍແຜນການກໍ່ສ້າງເຮືອນ 2.791 ຫຼັງ ແລະ ຮັບຮອງເອົາຄັ້ງທຳອິດແຜນການຕ່າງໆທີ່ກ່ຽວຂ້ອງເຖິງການກໍ່ສ້າງເຮືອນອີກ 1.636 ຫຼັງ.

        ອິດສະລາແອັນ ໄດ້ຢຶດຄອງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ Jerusalem ຕາເວັນອອກ ໃນສົງຄາມປີ 1967 ແລະ ໂຮມເຂົ້າເປັນຜືນແຜ່ນດິນຂອງປະເທດຕົນ ໂດຍແມ່ນການກະທຳທີ່ຖືກປະຊາຄົມສາກົນກ່າວປະນາມ.

ຕອບກັບ

ຂ່າວ/ບົດ​ອື່ນ