ອິດສະລາແອນ, ບາເຣັນ ເຊັນ ຖະແຫຼງການຮ່ວມ ສ້າງການພົວພັນທາງການທູດຢ່າງເປັນທາງການ
(VOVWORLD) - ບັນດາຂໍ້ຕົກລົງນີ້ເປີດຊ່ອງທາງໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ອິດສະລາແອັນ ແລະ ບາເຣັນ. ອິດສະລາແອັນ ກໍ່ໄດ້ມອບໃຫ້ບາເຣັນ ເອກະສານຢ່າງເປັນທາງການ ເພື່ອສະເໜີເປີດສະຖານທູດ ປະຈຳ ບາເຣັນ.
ທ່ານ Alon Ushpiz ລັດຖະມົນຕີການຕ່າງປະເທດ ອິດສະລາແອັນ ແລະ ທ່ານ Abdullatif bin Rashud Al-Zayani ລັດຖະມົນຕີການຕ່າງປະເທດ ບາເຣັນ ລົງນາມຂໍ້ຕົກລົງສອງຝ່າຍລວມມີ 8 ສະບັບ (ພາບ: AFP) |
ໃນວັນທີ 18 ຕຸລາ ຢູ່ນະຄອນຫຼວງ Manama, ປະເທດບາເຣັນ ທ່ານ Alon Ushpiz ລັດຖະມົນຕີກະຊວງການຕ່າງປະເທດ ອິດສະລາແອັນ ແລະ ທ່ານ Abdullatif bin Rashud Al-Zayani ລັດຖະມົນຕີກະຊວງການຕ່າງປະເທດ ບາເຣັນໄດ້ລົງນາມຂໍ້ຕົກລົງສອງຝ່າຍລວມມີ 8 ສະບັບ, ໃນນັ້ນ ມີຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນທາງການທູດ, ສັນຕິພາບ ແລະ ມິດຕະພາບ. ບັນດາຂໍ້ຕົກລົງນີ້ເປີດຊ່ອງທາງໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ອິດສະລາແອັນ ແລະ ບາເຣັນ. ອິດສະລາແອັນ ກໍ່ໄດ້ມອບ ເອກະສານທາງການໃຫ້ບາເຣັນ ເພື່ອສະເໜີເປີດສະຖານທູດອີດສະລາແອັນ ປະຈຳ ບາເຣັນ. ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ມີການກະທຳເປັນປໍລະປັກເຊິ່ງກັນແລະກັນ ແລະ ຕ້ານຄືນການກະທຳທີ່ເປັນປໍລະປັກຈາກຝ່າຍທີ 3.