ອັດເວທີປາໄສ ວິສາຫະກິດ ອາຊີ-ເອີລົບ ຄັ້ງທີ 13

ອັດເວທີປາໄສ ວິສາຫະກິດ ອາຊີ-ເອີລົບ ຄັ້ງທີ 13  - ảnh 1

ບັນດາ​ຜູ້​ແທນ​ເຂົ້າຮ່ວມເວທີ​ປາ​ໄສ​ວິ​ສາ​ຫະກິດ​ອາຊີ-​ເອີ​ລົບ ຄັ້ງທີ 13

(ພາບ:phapluattp.vn)

(VOV)- ວັນ​ທີ 5/11, ເວທີ​ປາ​ໄສ​ວິ​ສາ​ຫະກິດ​ອາຊີ-​ເອີ​ລົບ ຄັ້ງທີ 13 (AEBF) ຊື່​ງ​ໄດ້​ດຳ​ເນີນ​ຢູ່​ລາວ ​ໄດ້ອັດ​ລົງພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ. ດ້ວຍ​ຫົວ​ຂໍ້​ຕົ້ນຕໍ​ຄື​: “​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ໜ່ວຍ​ພິພົບ​ເພື່ອ​ເສດຖະກິດ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ແບບ​ຍືນ​ຍົງ​ຢູ່​ອາຊີ ​ແລະ ​ເອີ​ລົບ“ ນັ້ນ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຫຼາຍບັນຫາ​ສຳຄັນ​ຄື: ບັນດາ​ທ່າ​ອ່ຽງປະຈຸ​ບັນ ​ແລະ ​ໃນ​ອະນາຄົດ​ໃນ​ການ​ພົ​ວພັນ​ດ້ານ​ເສດຖະກິດ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ອາຊີ-​ເອີ​ລົບ; ​ແງ່​ຫັວງການ​ເຕີບ​ໂຕ​ຢູ່ອາຊີ-​ເອີ​ລົບ; ການ​ສຳ​ພັດ​ກັບ​ການ​ເງິນ; ສະພາບ​ແວດ​ລ້ອມ ​ແລະ ການຄ້ຳປະກັນ​ສະບຽງ​ອາຫານ, ພະລັງງານ ​ແລະ ການ​ຄຸ້ມ​ຄອງບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ; ຕະຫຼາດ ​ແລະ ການ​ເຊື່ອມ​ຈອດ​ລະຫວ່າງ​ເອີ​ລົບ ​ແລະ ບັນດາ​ອະນຸພາກ​ພື້ນ​ຂອງອາຊີ ຊື່​ງຈຸດ​ສຸມ​​ແມ່​ນອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ເປີດ​ກ້ວາງ… ຖະ​ແຫຼ​ງການ​ຂອງ​ທ່ານປະທານເວທີ​ປາ​ໄສ​ວິ​ສາ​ຫະກິດ​ອາຊີ-​ເອີ​ລົບ ຄັ້ງທີ 13 (AEBF) ທີ່​ວາລະ​ອັດ​ຊີ້​ແຈງ​ວ່າ: ປີ 2012 ​ເສດຖະກິດ​ໂລກ​ຍັງ​ຄົງ​ຕ້ອງ​ຮັບ​ມື​ກັບ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ວິ​ກິດ​ການ​ການ​ເງິນ​ເລີ່​ມ​ແຕ່​ປີ 2008-2009, ສະນັ້ນ ຝ່າຍ​ຕ່າງໆ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ, ຈາກ​ດ້ານ​ການ​ຄ້າ, ການ​ລົງທຶນ, ​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ….​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສອງ​ທະວີບ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ