ອີຕາລີແລະລີບີບັນລຸຂໍ້ຕົກລົງກ່ຽວກັບການສະກັດກັ້ນຊາວອົບພະຍົບ

ອີຕາລີແລະລີບີບັນລຸຂໍ້ຕົກລົງກ່ຽວກັບການສະກັດກັ້ນຊາວອົບພະຍົບ - ảnh 1
​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Paolo Gentiloni (ເບື້ອງ​ຂວາ) ແລະ ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ສາ​ມັກ​ຄີ ລ​ີ​ບີ Fayez Al – Serraj

(vovworld) - ວັນ​ທີ 2/2, ​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Paolo Gentiloni ແລະ ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ສາ​ມັກ​ຄີ ລ​ີ​ບີ Fayez Al – Serraj ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈ​ຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ກະ​ແສ​ຊາວ​ອົບ​ພະ​ຍົບ​ຢ່າງ​ຜິດ​ກົດ​ໝາຍ, ຕ້ານ​ໄພ​​ການຄ້າ​​ມະ​ນຸດ ກໍ່​ຄື​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ພິ​ທີ​ລົງ​ນາມ​ຢູ່ Rome, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Gentiloni ໄດ້​ເນັ້ນ​ໜັກວ່າ: ​ຂໍ​້​ຕົກ​ລົງ​ນີ້​ແມ່ນ​ພະ​ຍານຫຼັກ​ຖານ​ໃຫ​້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນຫຼາຍ​ເດືອນ​ຜ່ານ​ມາ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂໍ້​ຕົກ​ລົງ​ນີ້ “ພຽງ​ແມ່ນ​ພາກ​ສ່ວນ​ນ້ອຍ” ໃນ​ແຜນ​ການ​ກ້​ວາງ​ໃຫຍ່​ກ່​ວາ​ ທີ່ຈະ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອ​ີ​ລົບ (ອີ​ຢູ) ເຊິ່ງ​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ Valletta ( ປະ​ເທດ ມານ​ຕາ) ໃນ​ວັນ​ທີ 3/2, ພ້ອມ​ທັງ​ຮຽກ​ຮ້ອງ​ຕ້ອງ​ມີ​ຄຳ​ໝັ້ນ​ສັນ​ຍາ​ຂອ​ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອີ​ຢູ ກ່ຽວ​ກັບ​ທາງ​ດ້ານ​ເສດ​ຖະ​ກິດ. ສ່​ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ​ບີ Al – Serraj ໃຫ້​ຮູ້​ວ່າ ຂໍ້​ຕົກ​ລົງ ດັ່ງ​ກ່າວ​ຮຽກ​ຮ້ອງ​ຕ້ອງ​ມີ​ການ​ໜູນ​ຊ່ວຍ​ກ່​ວາ​ອີກ ເພື່ອ​ໃຫ້​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຂອງ​ລີ​ບີ ​​ສາ​ມາດຈະ​ດຳ​ເນີນ​ບັນ​ດາ​ການລາດ​ຕະ​ເວນ​ຢູ່​ບັນ​ດາ​ເຂດ​ທະ​ເລ​ທາງ​ທິດ​ເໜືອ​ຂອງ​ປະ​ເທດນີ້ກໍ່​ຄື​ດຳ​ເນີນ​ການ​ສົ່ງ​ຊາວ​ອົບ​ພະ​ຍົບ​ກັບ​ເມືອ​ປະ​ເທດ.


ຂ່າວ/ບົດ​ອື່ນ