ອິນ​ເດຍ ປະຕິ​ເສດ ຖະ​ແຫຼງການ​ຂອງ ຈີນ ກ່ຽວກັບ​ສະພາບ​ການ​ຢູ່​ຊາຍ​ແດນ

(VOVWORLD) -ວັນທີ 28 ກໍລະກົດ, ອິນເດຍ ຖືວ່າ ເລື່ອງໂຄສົກກະຊວງການຕ່າງປະເທດ ຈີນ ຖະແຫຼງວ່າ ສອງປະເທດໄດ້ສໍາເລັດການຖອນກໍາລັງທະຫານຢູ່ສະຖານທີ່ຕ່າງໆເກືອບທັງໝົດຢູ່ເຂດຊາຍແດນນັ້ນ ແມ່ນບໍ່ຊັດເຈນ. 
ອິນ​ເດຍ ປະຕິ​ເສດ ຖະ​ແຫຼງການ​ຂອງ ຈີນ ກ່ຽວກັບ​ສະພາບ​ການ​ຢູ່​ຊາຍ​ແດນ - ảnh 1 ກໍາລັງທະຫານອິນເດຍ ລາດຕະເວນຢູ່ລຽບຕາມຊາຍແດນຕິດກັບ ຈີນ (ພາບຖ່າຍໜ້າຈໍ PTI)

        ກ່ອນໜ້ານັ້ນ, ໃນກອງປະຊຸມຖະແຫຼງຂ່າວຂອງວັນດຽວກັນຢູ່ ປັກກິ່ງ, ໂຄສົກກະຊວງການຕ່າງປະເທດ  ຈີນ ຫວາງເວິ໊ນປິນ ໄດ້ຖະແຫຼງວ່າ: ຈີນ ແລະ ອິນເດຍ ໄດ້ສໍາເລັດການຖອນກໍາລັງທະຫານອອກຈາກສະຖານທີ່ຕ່າງໆເກືອບທັງໝົດຢູ່ເຂດຊາຍແດນ ແລະ ຫວ່າງມໍ່ໆມານີ້ ສອງປະເທດສືບຕໍ່ມີການຕິດຕໍ່ພົວພັນຢ່າງແໜ້ນແຟ້ນຜ່ານຊ່ອງທາງການທູດ ແລະ ການປ້ອງກັນຊາດ. ເຖິງຢ່າງໃດກໍຕາມ, ຫຼັງຈາກນັ້ນ ກະຊວງການຕ່າງປະເທດ ອິນເດຍໄດ້ໃຫ້ຂ່າວວ່າ ສອງປະເທດຫາກໍຕົກລົງກັນກ່ຽວກັບການຖອນກໍາລັງທະຫານໂດຍໄວ ແລະ ທັງໝົດ ຢູ່ທາງທິດຕາເວັນອອກ Ladakh ແລະ ອາດຈະຈັດຕັ້ງການເຈລະຈາດ້ານການທະຫານໂດຍໄວ.

        ໃນຂະນະນັ້ນ, ບັນດາແຫຼ່ງຂ່າວສືບລາດຊະການລັບຈາກຝ່າຍ ອິນເດຍ ໃຫ້ຮູ້ວ່າ ເຖິງວ່າ ຈີນ ໄດ້ຖອນກໍາລັງທະຫານອອກຈາກຫຼາຍສະຖານທີ່ແລ້ວກໍ່ຕາມ ແຕ່ບັນດາບາດກ້າວຜັນຂະຫຍາຍແມ່ນຍັງບໍ່ທັນແນ່ນອນເທື່ອ. ປັດຈຸບັນ, ຈີນ ຍັງຄົງຮັກສາຈໍານວນພົນທະຫານດ້ວຍຈໍານວນຫຼາຍ ພ້ອມກັບບັນດາຍຸດໂທປະກອນການທະຫານຢູ່ລຽບຕາມເຂດຊາຍແດນຕິດກັບ ອິນເດຍ.

ຟານຕຸ່ງ - ນັກຂ່າວ VOV ປະຈໍາ ອິນເດຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ