ອິນ​ເດຍ: ລະ​ເບີດ​ໂຮງ​ງານ​ຜະ​ລິດ ​ບັ້ງ​ໄຟດອກ ເຮັດ​ໃຫ້ 10 ຄົນ​ເສຍ​ຊີ​ວິດ

(VOVWORLD) - ສາຍເຫດເບື້ອງຕົ້ນໄດ້ຮັບຖືວ່າ ຍ້ອນເກີດໄຟໄໝ້ພາຍໃນໂຮງງານແຫ່ງນີ້. ໃນຈຳນວນ 15 ຄົນຖືກບາດເຈັບ, ມີ 5 ຄົນຕ້ອງເຂົ້າໂຮງໝໍປິ່ນປົວ. ກຳລັງມີໜ້າທີ່ຮັບຜິດຊອບໄດ້ດັບເພິງແລ້ວ.



ອິນ​ເດຍ: ລະ​ເບີດ​ໂຮງ​ງານ​ຜະ​ລິດ ​ບັ້ງ​ໄຟດອກ ເຮັດ​ໃຫ້ 10 ຄົນ​ເສຍ​ຊີ​ວິດ - ảnh 1ສະຖານທີ່ເກີດເຫດ (ພາບ:  euro.eseuro.com/TTXVN)

ວັນທີ 17 ກຸມພາ, ຢູ່ອິນເດຍ ໄດ້ເກີດເຫດລະເບີດຢູ່ຮາກຖານຜະລິດບັ້ງໄຟດອກ ເຮັດໃຫ້ 10 ຄົນເສຍຊີວິດ ແລະ 15 ຄົນຖືກບາດເຈັບ. ຕາມຕຳຫຼວດແລ້ວ, ເຫດລະເບີດໄດ້ເກີດຂຶ້ນຢູ່ຮາກຖານຜະລິດບັ້ງໄຟດອກຢູ່ລັດ Tamil Nadu, ທາງທິດໃຕ້ ອິນເດຍ.

ສາຍເຫດເບື້ອງຕົ້ນໄດ້ຮັບຖືວ່າ ຍ້ອນເກີດໄຟໄໝ້ພາຍໃນໂຮງງານແຫ່ງນີ້. ໃນຈຳນວນ 15 ຄົນຖືກບາດເຈັບ, ມີ 5 ຄົນຕ້ອງເຂົ້າໂຮງໝໍປິ່ນປົວ. ກຳລັງມີໜ້າທີ່ຮັບຜິດຊອບໄດ້ດັບເພິງແລ້ວ.

ກ່ອນໜ້ານັ້ນ, ໃນວັນທີ 6 ກຸມພາ, ຢູ່ຮາກຖານຜະລິດໝາກກະໂພກ ຢູ່ລັດ Madhya Pradesh, ທາງພາກກາງ ອິນເດຍ ກໍ່ເກີດຂຶ້ນການລະເບີດ, ອັນໄດ້ເຮັດໃຫ້ມີ 8 ຄົນເສຍຊີວິດ ແລະ 80 ຄົນຖືກບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ