ອິນ​ເດຍ ສະ​ເໜີ​ເຈ​ລະ​ຈາ​ກັບ ອາ​ຊຽນ ໃນ​ຂົງ​ເຂດ​ການ​ເງິນ, ອິ​ນ​ເຕີ​ເນັດ ແລະ ການ​ເດີນ​ເຮືອ

(VOVWORLD) -   ທ່ານລັດຖະມົນຕີ ການຕ່າງປະເທດ ອິນເດຍ Jaishankar ພວມຢູ່ຢ້ຽມຢາມ ອິນໂດເນເຊຍ ແລະ ໄທ ໃນເວລາ 6 ວັນ, ນັບແຕ່ວັນທີ 12 – 18 ກໍລະກົດ. 

ວັນທີ 12 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Jaishankar ໄດ້ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 ເຊິ່ງພວມດຳເນີນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ. ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພັດທະນາຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອິນເດຍ - ອາຊຽນ, ພ້ອມທັງຮັບຮູ້ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດພະລັງງານ, ການຄວບຄຸມໄພພິບັດ, ສາທາລະນະສຸກ ແລະ ການຕ່າງປະເທດ. ໃນນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ ກໍໄດ້ສະເໜີໃຫ້ຈັດການເຈລະຈາ ອິນເດຍ - ອາຊຽນ ໃນບັນດາຂົງເຂດ ການເງິນ, ການເດີນເຮືອ. ອິນເດຍ ໃຫ້ຄຳໝັ້ນສັນຍາ ຈະສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢ່າງແຮງ.  

        ທ່ານລັດຖະມົນຕີ ການຕ່າງປະເທດ ອິນເດຍ Jaishankar ພວມຢູ່ຢ້ຽມຢາມ ອິນໂດເນເຊຍ ແລະ ໄທ ໃນເວລາ 6 ວັນ, ນັບແຕ່ວັນທີ 12 – 18 ກໍລະກົດ. ພາຍຫຼັງເຂົ້າຮ່ວມບັນດາກອງປະຊຸມຂອງ ອາຊຽນ ຢູ່ ອິນໂດເນເຊຍ ໃນວັນທີ 13 – 14 ກໍລະກົດ, ທ່ານ Jaishankar ຈະໄປຍັງ ໄທ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ - ແມ່ນ້ຳຄົງຄາ.

       ຢຸງຮວ່າງ - ນັກຂ່າວ VOV ປະຈຳ ອິນເດຍ


ຕອບກັບ

ຂ່າວ/ບົດ​ອື່ນ