ອິນ​ເດຍ, ອາ​ຊ​ຽ​ນ​ ຊຸກ​ຍູ້​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ຜ່ານ​ການ​ເຊື່ອມ​ຈອດ

(VOVWORLD) -ໃນລະຫວ່າງວັນທີ 11 – 12 ພະຈິກ, ຫ້ອງການການຄ້າ ແລະ ອຸດສາຫະກຳ PHD (PHDCCI - ອິນເດຍ) ໄດ້ຈັດຕັ້ງກອງປະຊຸມທຸລະກິດຂັ້ນສູງ ອິນເດຍ - ອາຊຽນ: “ຮ່ວມເດີນທາງໃນປັດຈຸບັນ ແລະ ອະນາຄົດ” ຢູ່ PHD House, New Delhi. 
ອິນ​ເດຍ, ອາ​ຊ​ຽ​ນ​ ຊຸກ​ຍູ້​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ຜ່ານ​ການ​ເຊື່ອມ​ຈອດ - ảnh 1ກອງປະຊຸມທຸລະກິດຂັ້ນສູງ ອິນເດຍ - ອາຊຽນ: “ຮ່ວມເດີນທາງໃນປັດຈຸບັນ ແລະ ອະນາຄົດ” ຢູ່ PHD House, New Delhi (ພາບ: TTXVN) 

 ເປົ້າໝາຍຕົ້ນຕໍຂອງກອງປະຊຸມເພື່ອສ້າງໂອກາດເພີ່ມທະວີການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ ອິນເດຍ ແລະ ອາຊຽນ, ເຊື່ອມຈອດວິສາຫະກິດ, ໂຄສະນາ, ແນະນຳຜະລິດຕະພັນ/ ການບໍລິການ, ລົງນາມໃນສົນທິສັນຍາ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນດາຮົ້ວກີດຂວາງດ້ານການຄ້າກໍ່ຄື ແນະນຳບັນດາລັດ ເຊິ່ງເປັນກຳລັງໜູນໃນການເຕີບໂຕຂອງອິນເດຍ. ພາຍໃນ 2 ວັນດຳເນີນກອງປະຊຸມກໍ່ຈະຈັດຕັ້ງບັນດາວາລະເຮັດວຽກສຸມໃສ່ເຂົ້າບັນດາຂົງເຂດເຕັກໂນໂລຢີດ້ານຂໍ້ມູນຂ່າວສານ, ການຄ້າເອເລັກໂຕນິກ ແລະ ເຕັກໂນໂລຢີການເງິນ, ພື້ນຖານໂຄງລ່າງ, ສາທາລະນະສຸກ ແລະ ການຢາ, ການສຶກສາ ແລະ ພັດທະນາທັກສະ, ວັດທະນະທຳ ແລະ ການທ່ອງທ່ຽວ, ກະສິກຳ ແລະ ປຸງແຕ່ງສະບຽງອາຫານ.

        ອາຊຽນໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືການຄ້າລາຍໃຫຍ່ຂອງອິນເດຍ. ຫຼັງຈາກ ສອງຝ່າຍລົງນາມໃນສົນທິສັນຍາການຄ້າເສລີ (FTA), ຍອດວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ ແຕ່ 45 ຕື້ USD ໃນປີ 2008 – 2009, ຂຶ້ນເຖິງ 81 ຕື້ USD ໃນປີ 2017 – 2018, ຄາດວ່າຈະບັນລຸໄດ້ 200 ຕື້ USD ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ