ປະທານາທິບໍດີອູແກຼນ ແລະ ນາຍົກລັດຖະມົນຕີອິນເດຍ
(ພາບ:ອິນເຕີແນັດ)
(vovworld) - ວັນທີ 10/12 ປະທານາທິບໍດີອູແກຼນ Viktor Yanukovych ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີອິນເດຍ Manmohan Singh ກ່ຽວກັບການເພີ່ມທະວີບັນດາການພົວພັນສອງຝ່າຍຢ່າງຮອບດ້ານ, ໃນນັ້ນມີການຮ່ວມມືດ້ານການປ້ອງກັນຊາດ ແລະ ວິທະຍາສາດອາວະກາດ. ໃນການຖະແຫຼງຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີອິນເດຍ Manmohan Singh ຢືນຢັນວ່າ ສອງປະເທດໄດ້ສ້າງຕັ້ງການພົວພັນຮ່ວມມືໃນຂົງເຂດວິທະຍາສາດອາວະກາດນັບແຕ່ອິນເດຍ ເລີ່ມຜັນຂະຫຍາຍໂຄງການອາວະກາດ. ທ່ານສະແດງໃຫ້ເຫັນຄວາມພາກພູມໃຈກ່ຽວກັບເລື່ອງສອງປະເທດຍັງມີການຮ່ວມມືຢ່າງຕັ້ງໜ້າໃນການຜະລິດຖານຍິງດາວທຽມທັນສະໄໝກໍ່ຄືການເປີດກ້ວາງການຮ່ວມມືດ້ານວິທະຍາສາດໃນຂົງເຂດນີ້. ກ່ອນໜ້ານັ້ນ, ທີ່ການເຈລະຈາ, ການນຳສອງທ່ານໄດ້ແລກປ່ຽນທັດສະນະກ່ຽວກັບພະລັງງານນິວເຄຼຍ ແລະ ຄວາມປອດໄພດ້ານນິວເຄຼຍ ຊື່ງແມ່ນຂົງເຂດທີ່ສອງຝ່າຍສາມາດຖອດຖອນບົດຮຽນຊື່ງກັນ ແລະ ກັນ.