ອິນເດຍຖະແຫຼງຢາກມີສັນຕິພາບຢູ່ເຂດຊາຍແດນແຕ່ຈະນຳໃຊ້ກຳລັງແຮງຖ້າມີຄວາມຕ້ອງການ

ອິນເດຍຖະແຫຼງຢາກມີສັນຕິພາບຢູ່ເຂດຊາຍແດນແຕ່ຈະນຳໃຊ້ກຳລັງແຮງຖ້າມີຄວາມຕ້ອງການ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 01/01, ​ເສ​ນາ​ທິ​ການ​ໃຫຍ່ທະ​ຫານ​ບົກ​ອິນ​ເດຍ, ນາຍ​ພົນ Bipin Rawat, ຖະ​ແຫຼງວ່າ, ກອງ​ທັບ​ປະ​ເທດນີ້​ຢາກ​ມີ​ສັນ​ຕິ​ພາບ​ໃນ​ໂລ​ກ, ແຕ່​ຈະ​ນຳ​ໃຊ້​ກຳ​ລັງ​ແຮງ​ຖ້າ​ມີ​ຄວາມ​ຕ້ອງ​ການ. ກ່າວ​ຄຳ​ເຫັນ​ຕໍ່​ສື່​​ມວນຊົນ, ນາຍ​ພົນ Bipin Rawat ຊີ້​ແຈ້ງວ່າ: “ພວກ​ເຮົາ​ຢາກ​ມີ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ ແຕ່​ສິ່ງນັ້ນ​ບໍ່​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ອ່ອນ​ຍົ​ນ. ພວກ​ເຮົາ​ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ ແລະ ກຽ​ມ​ພ້ອມ. ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ, ພວ​ດ​ເຮົາ​ຈະ​ນຳ​ໃຊ້​ກຳ​ລັງ​ແຮງ”.

ຂ່າວ/ບົດ​ອື່ນ