(vovworld) - ໃນຂອບເຂດການຢ້ຽມຢາມຫວຽດນາມ, ຕອນບ່າຍວັນທີ 3/10 ຢູ່ນະຄອນໂຮ່ຈິມິນ, ທ່ານ Sharad Pawar, ລັດຖະມົນຕີກະຊວງກະສິກຳ ແລະ ປຸງແຕ່ງສະບຽງອາຫານອິນເດຍ ໄດ້ມີການເຮັດວຽກກັບການນຳຂອງບັນດາສະຖາບັນຄົ້ນຄວ້າການລ້ຽງປູກສິນໃນນ້ຳ, ເຂົ້າ, ຕົ້ນໄມ້ກິນໝາກ ແລະ ຜູ້ຕາງໜ້າເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ. ທີ່ການເຮັດວຽກ, ທ່ານ Bui Ngoc Suong, ຮອງຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ຊີ້ແຈ້ງບັນດາຈຸດພົ້ນເດັ່ນກ່ຽວກັບທ່າແຮງພັດທະນາກະສິກຳ, ລ້ຽງປູກສິນໃນນ້ຳຂອງເຂດທົ່ງພຽງແມ່ນ້ຳຂອງ. ທ່ານ Sharad Pawar ຖືວ່າ ໃນຂົງເຂດກະສິກຳທັງສອງປະເທດພວມມີຄວາມສາມາດບົ່ມຊ້ອນພັດທະນາ, ການຮ່ວມມືລະຫວ່າງສອງປະເທດແມ່ນໃຫຍ່ຫຼວງ. ທ່ານ Sharad Pawar ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຮງຂອງຂະແໜງສິນໃນນ້ຳຫວຽດນາມ ແລະ ປາດຖະໜາຢາກຮໍ່າຮຽນເອົາບົດຮຽນຂອງຫວຽດນາມ ໃນການພັດທະນາການລ້ຽງປາບາຊາ, ພັດທະນາການລ້ຽງປາກະຊົງ, ກຸ້ງ ແລະ ລ້ຽງປູກສິນໃນນ້ຳໃນທຳມະຊາດ.