ອິນເດຍຫວັງວ່າການເຈລະຈາຈະສາມາດແກ້ໄຂບັນຫາຊາຍແດນກັບຈີນໄດ້

(VOVWORLD) -ປະຈຸບັນ, ອິນເດຍ ແລະ ຈີນ ພວມຮັກສາການຕິດຕໍ່ພົວພັນກ່ຽວກັບການຖອນທະຫານທັງໝົດອອກຈາກເຂດເກີດການປະທະກັນຢູ່ເຂດຊາຍແດນ Ladakh.
ອິນເດຍຫວັງວ່າການເຈລະຈາຈະສາມາດແກ້ໄຂບັນຫາຊາຍແດນກັບຈີນໄດ້ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 12 ມັງກອນ, ຜູ້ບັນຊາການທະຫານບົກອິນເດຍ, ນາຍພົນ Manoj Mukund Naravane ສະແດງຄວາມຫວັງວ່າ ບັນດາການເຈລະຈາກັບຈີນ ຈະພາໄປເຖິງມາດຕະການໄກ່ເກ່ຍໃຫ້ແກ່ວິກິດການຊາຍແດນລະຫວ່າງ 2 ປະເທດຢູ່ສາຍພູ Himalaya. ກ່າວຄຳເຫັນທີ່ກອງປະຊຸມນັດສາມັນກ່ຽວກັບສະພາບການຢູ່ເຂດຊາຍແດນ Ladakh, ນາຍພົນ Manoj Mukund Naravane ສະແດງຄວາມຫວັງວ່າ ຈະຈັດການເຈລະຈາຮອບໃໝ່, ໃນສະພາບບັນດາການເຈລະຈາລະຫວ່າງ 2 ຝ່າຍບໍ່ບັນລຸບາດກ້າວຄືບໜ້າໃນການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນເກີດການຂັດແຍ້ງກັນ.

        ປະຈຸບັນ, ອິນເດຍ ແລະ ຈີນ ພວມຮັກສາການຕິດຕໍ່ພົວພັນກ່ຽວກັບການຖອນທະຫານທັງໝົດອອກຈາກເຂດເກີດການປະທະກັນຢູ່ເຂດຊາຍແດນ Ladakh.

ຕອບກັບ

ຂ່າວ/ບົດ​ອື່ນ