ອິນເດຍແລະປາກິດສະຖານສືບຕໍ່ຍິງປືນໃສ່ກັນຢູ່ລຽບຕາມຊາຍແດນຢູ່ Kashmir

ອິນເດຍແລະປາກິດສະຖານສືບຕໍ່ຍິງປືນໃສ່ກັນຢູ່ລຽບຕາມຊາຍແດນຢູ່ Kashmir - ảnh 1
ປ້ອມປ້ອງກັນຄວາມສະຫງົບຂອງອິນເດຍ
(ພາບ: AFP/Getty Images)

(vovworld) – ວັນ​ທີ 21/10, ​ວົງ​ການ​ເຈົ້າ​ໜ້າ​ທີ່ ອິນ​ເດຍ ​ໃຫ້​ຮູ້​ວ່າ: ບັນດາ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ​ສາກົນ (IB) ລະຫວ່າງ ອິນ​ເດຍ ​ແລະ ປາ​ກິດ​ສະຖານ​ ​ໃກ້​ກັບ​ເຂດ Kashmir ສືບ​ຕໍ່​ເພີ່ມ​ຂຶ້ນ ​ເມື່ອ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ 2 ປະ​ເທດ​ໄດ້​ນຳ​ໃຊ້​ອາວຸດປະ​ເພດ​ໜັກ ​ແລະ ປືນ​ໃຫຍ່​ເພື່ອ​ຍິງປະ​ທະ​ກັນ​ຢູ່ 25 ສະຖານ​ທີ່​ຕ່າງ​ກັນ. ຕາມ​ແຫຼ່ງຂ່າວ​ດັ່ງ​ກ່າວ​ແລ້ວ, ການ​ຍິ່ງປືນໃສ່ກັນຄັ້ງຕ່າງໆໄດ້ເລີ່ມແຕ່ຕອນຄຳ່ວັນທີ 20/10 ແລະ ສືບ​ຕໍ່​ເກີດ​ຂຶ້ນຮອດຕອນເຊົ້າວັນທີ 21/10 ຢູ່ບ້ານແຫ່ງຕ່າງໆທີ່ເຂດຊາຍແດນຂຶ້ນກັບ ເມືອງ: Samba, Kathua ​ແລະ Jammu. ນັກຮົບ​ທີ່​ຂຶ້ນ​ກັບ​ກຳລັງ​ປ້ອງກັນຊາ​ຍ​ແດນ (BSF) ຂອງ ອິນ​ເດຍ ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ໄດ້​ໂຕ້​ຕອບຄືນ​ຕໍ່​ການ​ຍິງ​ປືນຂອງ​ກຳລັງ ປາ​ກິດ​ສະຖານ. ​ເຈົ້າ​ໜ້າ​ທີ່​ປະ​ເທດ​ນີ້​ເວົ້າ​ວ່າ: ກຳລັງ​ປ້ອງກັນຊາ​ຍ​ແດນ​ຂອງ ປາ​ກິດ​ສະຖານ ​ໄດ້​​​ໃຊ້ອາວຸດ​ໜັກ​ ແລະ ຍິງ​ປືນ​ໃຫຍ່​ໃສ່​ບັນດາ​ສະຖານ​ທີ່ຢູ່​ເມືອງ Samba, Kathua ​ແລະ Jammu.

   

ຂ່າວ/ບົດ​ອື່ນ