ອິນ​ໂດ​ເນ​ເຊຍ ຜັນຂະ​ຫຍາ​ຍບ້ວງ​ເງິນ​ກະ​ຕຸກ​ຊຸກ​ຍູ້​ເສດຖະກິດ ​ມີ​ມູນ​ຄ່າ 43 ຕື້ USD

(VOVWORLD) -   ລັດຖະບານ ອິນໂດເນເຊຍ ພວມຜັນຂະຫຍາຍໂຄງການກະຕຸກຊຸກຍູ້ເສດຖະກິດ ດ້ວຍມູນຄ່າ 43 ຕື້ USD ເຊິ່ງຫຼາຍກວ່າບ້ວງເງິນທີ່ໄດ້ປະກາດໃນເມື່ອກ່ອນນີ້ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ - 19 ສໍາລັບບັນດາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME), ກໍຄືບັນດາລັດວິສາຫະກິດ (SOE). 
ອິນ​ໂດ​ເນ​ເຊຍ ຜັນຂະ​ຫຍາ​ຍບ້ວງ​ເງິນ​ກະ​ຕຸກ​ຊຸກ​ຍູ້​ເສດຖະກິດ ​ມີ​ມູນ​ຄ່າ 43 ຕື້ USD - ảnh 1(ພາບປະກອບ: AFP/TTXVN)

     ກ່າວຄໍາເຫັນທີ່ກອງປະຊຸມໃນວັນທີ 18 ພຶດສະພາ, ທ່ານນາງລັດຖະມົນຕີກະຊວງການເງິນ Sri Mulyani Indrawati ໃຫ້ຮູ້ວ່າ ໂຄງການຟື້ນຟູເສດຖະກິດແຫ່ງຊາດຂອງລັດຖະບານ ອິນໂດເນເຊຍ ຈະເພີ່ມທະວີການໜູນຊ່ວຍໃຫ້ແກ່ລະບົບໜູນຊ່ວຍສັງຄົມ, ສະໜອງບັນດານະໂຍບາຍບຸລິມະສິດກ່ຽວກັບພາສີອາກອນ, ເພີ່ມເງິນລົງທຶນໃຫ້ແກ່ບັນດາລັດວິສາຫະກິດ ແລະ ຫຼຸດຜ່ອນອັດຕາດອກເບ້ຍສິນເຊື່ອໃຫ້ບັນດາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ. ຕາມທ່ານນາງ Mulyani ແລ້ວ, ບັນດາຄວາມມານະພະຍາຍາມນີ້ ແນໃສ່ຈຸດປະສົງກະຕຸ້ນການສະໜອງ ແລະ ຄວາມຕ້ອງການ ເພື່ອຟື້ນຟູພື້ນຖານເສດຖະກິດ. ດ້ວຍຂອບຂະໜາດຂອງບ້ວງເງິນກະຕຸ້ນເສດຖະກິດນີ້, ຄາດວ່າ ການຂາດດຸນງົບປະມານປີນີ້ ຈະເພີ່ມຂຶ້ນລະດັບ 6,27% ຍອດຈໍານວນຜະລິດຕະພັນພາຍໃນ (GDP), ສູງກວ່າເມື່ອທຽບໃສ່ແຜນການໃນເບື້ອງຕົ້ນແມ່ນ 5,07% GDP./. 


ຕອບກັບ

ຂ່າວ/ບົດ​ອື່ນ