ອີ​ຢູ ຍັງ​ບໍ່​ທັນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ທັດ​ສະ​ນະ​ກັບ ລັດ​ເຊຍ ກ່ອນການ​ຈັດ ກອງ​ປະ​ຊຸມ​ສຸດຍອດ

(VOVWORLD) -ອີຕາລີ ແລະ ຮຸງກາຣີ ສະເໜີໃຫ້ ສະຫະພາບເອີຣົບ (ອີຢູ) ເປີດເຜີຍການຮຽກຮ້ອງໃຫ້ຢຸດຍິງຢູ່ ຢູແກຼນ ແລະ ດຳເນີນການເຈລະຈາສັນຕິພາບ ກັບ ລັດເຊຍ, ໃນຂະນະທີ່ມີຫຼາຍປະເທດສະມາຊິກອື່ນຍັງຮັກສາທັດສະນະທີ່ແຂງກະດ້າງກັບ ມົດສະກູ ກ່ອນການຈັດກອງປະຊຸມສຸດຍອດ ອີຢູ ໃນວັນທີ 30 – 31 ພຶດສະພາ ຈະມາເຖິງ.
ອີ​ຢູ ຍັງ​ບໍ່​ທັນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ທັດ​ສະ​ນະ​ກັບ ລັດ​ເຊຍ ກ່ອນການ​ຈັດ ກອງ​ປະ​ຊຸມ​ສຸດຍອດ - ảnh 1ທ່ານນາງ Ursula von der Leyen  ປະທານຄະນະກຳມະການເອີຣົບ (ພາບ: THX/TTXVN)

ໃນກອງປະຊຸມບັນດາເອກອັກຄະລັດຖະທູດຄັ້ງຜ່ານມາ, ເອກອັກຄະລັດຖະທູດ ຂອງ ອີຕາລີ ໄດ້ສະເໜີໃຫ້ປ່ຽນແປງເນື້ອໃນຮ່າງຖະແຫຼງການຮ່ວມ ພາຍຫຼັງກອງປະຊຸມສຸດຍອດ, ໃນນັ້ນສະເໜີໃຫ້ເວົ້າເຖິງການເຈລະຈາສັນຕິພາບ ແລະ ຖືການຢຸດຍິງແມ່ນໜຶ່ງໃນບັນດາເປົ້າໝາຍແຖວໜ້າຂອງ ອີຢູ. ຂໍ້ສະເໜີດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ຮຸງກາຣີ ແລະ ສາທາລະນະລັດ ໄຊປັຼດ - ເຊິ່ງເປັນ 2 ປະເທດທີ່ບໍ່ເຫັນດີກັບການລົງໂທດໃໝ່ຂອງ ອີຢູ ທີ່ເລັ່ງໃສ່ ລັດເຊຍ.

        ໃນຂະນະນັ້ນ, ໃນບົດກ່າວຄຳເຫັນທີ່ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດສະວິດ, ທ່ານປະທານຄະນະກຳມະການເອີຣົບ (EC), ທ່ານນາງ Ursula von der Leyen  ໄດ້ສະແດງທັດສະນະແຂງກະດ້າງກັບ ລັດເຊຍ ແລະ ບໍ່ໄດ້ເຕື້ອງເຖິງການເຈລະຈາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ