ອີຢູ ບັນລຸໄດ້ຂໍ້ຕົກລົງຫຼຸດປະລິມານອາຍແກັດ

(VOVWORLD) -ບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫຼຸດອາຍແກັດລົງ 15% ແລະ ຫຼຸດຜ່ອນການອີງໃສ່ແຫຼ່ງສະໜອງນ້ຳມັນອາຍແກັດຂອງ ລັດເຊຍ.
ອີຢູ ບັນລຸໄດ້ຂໍ້ຕົກລົງຫຼຸດປະລິມານອາຍແກັດ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 26 ກໍລະກົດ, ບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫຼຸດອາຍແກັດລົງ 15% ແລະ ຫຼຸດຜ່ອນການອີງໃສ່ແຫຼ່ງສະໜອງນ້ຳມັນອາຍແກັດຂອງ ລັດເຊຍ.

        ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກໄດ້ປະຕິເສດຂໍ້ສະເໜີຂອງຄະນະກຳມະການເອີລົບ (EC) ກ່ຽວກັບເລື່ອງ ມອບສິດໃຫ້ແກ່ ອີຢູ ຈັດວາງຫຼຸດປະລິມານອາຍແກັດລົງໃນກໍລະນີຮີບດ່ວນ. ພ້ອມກັນນັ້ນ, ເປົ້າໝາຍຫຼຸດປະລິມານອາຍແກັດລົງ 15% ກໍ່ຈະໄດ້ດັດປັບໃຫ້ສອດຄ່ອງກັບສະພາບການຂອງແຕ່ລະປະເທດ, ມີການຄິດໄລ່ເຖິງລະດັບສະສົມອາຍແກັດຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ