ອີ​ຢູ ປະ​ກາດ​ລາຍ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ໄລ​ຍະ​ລົງ​ໂທດ ທີ່​ແນໃສ່​​ນ້ຳ​ມັນ​ຂອງ ລັດ​ເຊຍ

(VOVWORLD) -ບັນດາມາດຕະການລົງໂທດຂອງ ສະຫະພາບເອີຣົບ (ອີຢູ) ສຳລັບການນຳເຂົ້ານ້ຳມັນຂອງ ລັດເຊຍ ຜ່ານທາງທະເລ ຈະຖືກຈັດວາງຕາມແຕ່ລະໄລຍະ ນັ້ນແມ່ນ 6 ເດືອນສຳລັບນ້ຳດັບດິບ ແລະ 8 ເດືອນສຳລັບຜະລິດຕະພັນນ້ຳມັນທີ່ຜ່ານການກັ່ນຕອງ.
ອີ​ຢູ ປະ​ກາດ​ລາຍ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ໄລ​ຍະ​ລົງ​ໂທດ ທີ່​ແນໃສ່​​ນ້ຳ​ມັນ​ຂອງ ລັດ​ເຊຍ - ảnh 1ຮາກຖານກັ່ນຕອງນ້ຳມັນ Danube (ພາບ:  AFP/TTXVN)

ວັນທີ 31 ພຶດສະພາ, ໂຄສົກທ່ານໜຶ່ງຂອງຄະນະກຳມະການເອີຣົບ (EC) ໃຫ້ຮູ້ວ່າ ບັນດາມາດຕະການລົງໂທດຂອງ ສະຫະພາບເອີຣົບ (ອີຢູ) ສຳລັບການນຳເຂົ້ານ້ຳມັນຂອງ ລັດເຊຍ ຜ່ານທາງທະເລ ຈະຖືກຈັດວາງຕາມແຕ່ລະໄລຍະ ນັ້ນແມ່ນ 6 ເດືອນສຳລັບນ້ຳດັບດິບ ແລະ 8 ເດືອນສຳລັບຜະລິດຕະພັນນ້ຳມັນທີ່ຜ່ານການກັ່ນຕອງ. ມາດຕະການລົງໂທດດັ່ງກ່າວຈະມີຜົນສັກສິດພາຍຫຼັງທີ່ໄດ້ຮັບການຮັບຮອງເອົາຢ່າງເປັນທາງການ. ຄາດວ່າ, ທ່ານເອກອັກຄະລັດຖະທູດບັນດາປະເທດ ອີຢູ ຈະຮັບຮອງເອົາຄຳສັ່ງຫ້າມນຳເຂົ້ານ້ຳມັນຈາກ ລັດເຊຍ ໃນອາທິດນີ້. ກ່ອນໜ້ານັ້ນ, ໃນມື້ເຮັດວຽກທຳອິດຂອງ ກອງປະຊຸມສຸດຍອດວິສາມັນ ອີຢູ (ແຕ່ວັນທີ 30 – 31 ພຶດສະພາ), ບັນດາການນຳ ອີຢູ ໄດ້ເຫັນດີເປັນເອກະພາບກ່ຽວກັບຫຼັກການຫຼຸດຜ່ອນປະລິມານນ້ຳມັນທີ່ນຳເຂົ້າຈາກ ລັດເຊຍ ລົງ 90% ໃນທ້າຍປີນີ້, ພ້ອມທັງແກ້ໄຂຂໍ້ຈົນຕະແຈໃນການເຈລະຈາກັບ ຮຸງກາຣີ ກ່ຽວກັບການລົງໂທດທີ່ໄດ້ຮັບຖືວ່າ ເຄັ່ງຄັດທີ່ສຸດ ເຊິ່ງ ອີຢູ ໃສ່ ມົດສະກູ.

     ປັດຈຸບັນ, ມີປະລິມານນ້ຳມັນຂອງ ລັດເຊຍ ທີ່ ອີຢູ ນຳເຂົ້າຫຼາຍກວ່າ 60% ໄດ້ຂົນສົ່ງຜ່ານທາງທະເລ, ຍັງເຫຼືອປະມານ 30% ແມ່ນໄດ້ຂົນສົ່ງຜ່ານລະບົບ  Druzhba. ຕາມນັ້ນແລ້ວ, ຄຳສັ່ງຫ້າມຂົນສົ່ງນ້ຳມັນຂອງ ອີຢູ ທີ່ແນໃສ່ ລັດເຊຍ ນັ້ນ ຈະໄດ້ຈັດວາງສຳລັບປະລິມານນ້ຳມັນທີ່ໄດ້ຂົນສົ່ງຜ່ານທາງທະເລໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ