ອີຢູ ພິ​ຈາ​ລະ​ນາ​ຄຳ​ສະ​ເໜີຫຼ້າ​ສຸດ​ກ່ຽວ​ກັບ​ລະ​ດັບ​ລາ​ຄາ​ເພ​ດານ​ຂອງ​ນ້ຳ​ມັນ​ອາຍ​ແກັດ

(VOVWORLD) -ບາງປະເທດ ອີຢູ, ໃນນັ້ນ ມີ ເຢຍລະມັນ - ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດ ຢູ່ ອີຢູ ໄດ້ຄັດຄ້ານບໍ່ວ່າແນວຄວາມຄິດໃດກ່ຽວຂ້ອງເຖິງລະດັບລາຄາເພດານ, ໂດຍຖືວ່າ ເລື່ອງນີ້ ອາດຈະເຮັດໃຫ້ການຮັບປະກັນແຫຼ່ງສະໜອງນັບມື້ນັບປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ. 
ອີຢູ ພິ​ຈາ​ລະ​ນາ​ຄຳ​ສະ​ເໜີຫຼ້າ​ສຸດ​ກ່ຽວ​ກັບ​ລະ​ດັບ​ລາ​ຄາ​ເພ​ດານ​ຂອງ​ນ້ຳ​ມັນ​ອາຍ​ແກັດ - ảnh 1ບໍ່ນ້ຳມັນອາຍແກັດ Bovanenkovo ຂອງ ລັດເຊຍ (ພາບ: AFP/TTXVN)

ວັນທີ 06 ທັນວາ, ບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໄດ້ພິຈາລະນາຄຳສະເໜີຫຼ້າສຸດຂອງ ສາທາລະນະລັດ ເຊັກໂກ (ປະທານໝູນວຽນ ອີຢູ) ກ່ຽວກັບລະດັບລາຄາເພດານນ້ຳມັນອາຍແກັດຢູ່ໃນລະດັບ 220 ເອີໂຣ ຕໍ່ MWh. ຂໍ້ສະເໜີຫຼ້າສຸດຂອງ ເຊັກໂກ ແມ່ນຕ່ຳກວ່າ ເມື່ອທຽບໃສ່ລະດັບລາຄາເພດານ 275 ເອີໂຣ ຕໍ່ MWh ເຊິ່ງ ຄະນະກຳມະການເອີຣົບ ໄດ້ສະເໜີໃນວັນທີ 22 ພະຈິກ.

        ບາງປະເທດ ອີຢູ, ໃນນັ້ນ ມີ ເຢຍລະມັນ - ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດ ຢູ່ ອີຢູ ໄດ້ຄັດຄ້ານບໍ່ວ່າແນວຄວາມຄິດໃດກ່ຽວຂ້ອງເຖິງລະດັບລາຄາເພດານ, ໂດຍຖືວ່າ ເລື່ອງນີ້ ອາດຈະເຮັດໃຫ້ການຮັບປະກັນແຫຼ່ງສະໜອງນັບມື້ນັບປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ. ໃນຂະນະນັ້ນ, ແບນຊິກ, ອີຕາລີ ແລະ ໂປໂລຍ ຖືການກຳນົດເລລາເພດານ ແມ່ນວິທີເພື່ອປົກປ້ອງຜູ້ຊົມໃຊ້ ແລະ ພື້ນຖານເສດຖະກິດຂອງບັນດາປະເທດເຫຼົ່ານີ້ ຕໍ່ເລື່ອງລາຄາພະລັງງານເພີ່ມຂຶ້ນສູງ.

        ມີນັກການທູດຂອງ ອີຢູ ຈຳນວນໜຶ່ງ ຖືວ່າ ຕ້ອງດຳເນີນກອງປະຊຸມໃໝ່ ໃນວັນທີ 19 ທັນວາ, ພາຍຫຼັງກອງປະຊຸມຂັ້ນລັດຖະມົນຕີພະລັງງານ ອີຢູ ທີ່ຈະດຳເນີນໃນວັນທີ 13 ທັນວານີ້.

       

ຕອບກັບ

ຂ່າວ/ບົດ​ອື່ນ