ອີຢູ ພິຈາລະນາຫລຸດລະດັບເພດານຂອງລາຄາອາຍແກັດ

(VOVWORLD) - ໂດຍບໍ່ຫົວຊາຕໍ່ການເຈລະຈາເປັນເວລາຫຼາຍເດືອນ ແລະ ການປະຊຸມຮີບດ່ວນກ່ຽວກັບລາຄາເພດານທີ່ສະເໜີຂອງ ອີຢູ 2 ຄັ້ງ, ບັນດາປະເທດຂອງກຸ່ມນີ້ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງເທື່ອ
ອີຢູ ພິຈາລະນາຫລຸດລະດັບເພດານຂອງລາຄາອາຍແກັດ  - ảnh 1ບໍອາຍແກັດ Bovanenkovo ຂອງລັດເຊຍ Nga ຢູ່ໝູ່ເກາະ Yamal
(ພາບ: AFP/TTXVN)

ບັນດາປະເທດ ສະຫະພາບ ເອີລົບ (ອີຢູ) ພວມພິຈາລະນາຫລຸດລະດັບຂອງລາຄາອາຍແກັດ ເພດານ ລົງລະດັບຕ່ຳສຸດເມື່ອທຽບໃສ່ລາຄາທີ່ໄດ້ສະເໜີ, ກ່ອນທີ່ບັນດາລັດຖະມົນຕີກະຊວງພະລັງງານຂອງກຸ່ມໂຮມປະຊຸມໃນວັນທີ 19 ທັນວາ ເພື່ອຮັບຮອງເອົາມາດຕະການນີ້.

ໂດຍບໍ່ຫົວຊາຕໍ່ການເຈລະຈາເປັນເວລາຫຼາຍເດືອນ ແລະ ການປະຊຸມຮີບດ່ວນກ່ຽວກັບລາຄາເພດານທີ່ສະເໜີຂອງ ອີຢູ 2 ຄັ້ງ, ບັນດາປະເທດຂອງກຸ່ມນີ້ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງເທື່ອ, ຊ້ຳບໍ່ໜຳ, ຍັງມີຄວາມຄັດແຍ້ງກັນກ່ຽວກັບເລື່ອງ ມາດຕະການນີ້ອາດຈະໄດ້ຫລຸດຜ່ອນ ຫຼື ວ່າໃນສະພາບຕົວຈິງ ອາດຈະເຮັດໃຫ້ວິກິດການພະລັງງານຢູ່ເອີລົບ ໜັກໜ່ວງຂຶ້ນຕື່ມ?

ບັນຫາຈັດວາງລາຄາເພດານອາຍແກັດ ພວມກາຍເປັນບັນຫາຮີບດ່ວນກ່ວາອີກ, ໃນສະພາບການ ເອີລົບ ໄດ້ກ້າວເຂົ້າສູ່ລະດູໜາວ ທີ່ໜາວຈັດ ດ້ວຍການເລືອກເຟັ້ນເອົານຳໃຊ້ພະລັງງານນ້ອຍກ່ວາ ຍ້ອນແຫຼ່ງສະໜອງ ອາຍແກັດ ຈາກລັດເຊຍ ຫລຸດລົງ ເຊິ່ງທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ. ລາຄາເຊື້ອໄຟຢູ່ ເອີລົບ ຍັງຢູ່ໃນລະດັບສູງ, ພວມພາໃຫ້ເກີດຄວາມວິຕົກກັງວົນວ່າ: ບັນດາຄອບຄົວ ແລະ ຮາກຖານດຳເນີນທຸລະກິດ ອາດຈະຕ້ອງປະເຊີນໜ້າກັບສະພາບບໍ່ມີໄຟຟ້າໃຊ້ ຫຼື ບໍ່ສາມາດຊຳລະບັນດາໃບບິນພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ