ອີຢູ, ອາເມລິກາ ແລະ UAE ມານະພະຍາຍາມເປີດແລວທາງທະເລເພື່ອຂົນສົ່ງເຄື່ອງຊ່ວຍເຫລືອມາຍັງເຂດ ກາຊາ

(VOVWORLD) - ທ່ານ David Cameron ລັດຖະມົນຕີການຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ: ປະເທດນີ້ ຈະຮ່ວມມືກັບ ອາເມລິກາ ແລະບັນດາປະເທດຄູ່ຮ່ວມມືກ່ຽວຂ້ອງເພື່ອເປີດແລວທາງທະເລຂົນສົ່ງເຄື່ອງຊ່ວຍເຫລືອໄປຍັງເຂດ ກາຊາ.
ອີຢູ, ອາເມລິກາ ແລະ UAE ມານະພະຍາຍາມເປີດແລວທາງທະເລເພື່ອຂົນສົ່ງເຄື່ອງຊ່ວຍເຫລືອມາຍັງເຂດ ກາຊາ - ảnh 1ປະຊາຊົນ ພວມມາຮັບອາຫານ ຢູ່ເຂດ ລີ້ໄພ ທີ່ເຂດກາຊາ.  27/2/2024. ພາບ : THX/TTXVN

ວັນທີ 8 ມິນາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC), ໃຫ້ຮູ້ວ່າ: ສະຫະພາບເອີລົບ ຫລື ອີຢູ ພ້ອມກັບ ອາເມລິກາ ແລະ ສະຫະລັດ ອາລັບ ເອມີເລດ (UAE) ພວມຄິດໄລ່ຊັ່ງຊາວິທີການ ທ້າຍສັບປະດານີ້ ຈະເປີດແລວຂົນສົ່ງເຄື່ອງຊ່ວຍເຫລືອທາງທະເລລະຫວ່າງ Cyprus ແລະ ເຂດກາຊາ.

 ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Cyprus ພາຍຫລັງຢ້ຽມຢາມບັນດາພື້ນຖານໂຄງລ່າງຂົນສົ່ງທາງທະເລຢູ່ທີ່ນີ້, ທ່ານນາງ Von der Leyen ປະກາດວ່າ ກຳປັ່ນລຳທຳອິດທົດລອງຂົນສົ່ງສະບຽງອາຫານຊ່ວຍເຫລືອໂດຍອົງການກຸສົນບໍລິຈາກ ແລະ UAE ຫນູນຊ່ວຍນັ້ນ ອາດຈະເລີ່ມເດີນທາງຈາກທ່າກຳປັ່ນ Larnaca ຂອງ Cyprus.

          ໃນວັນດຽວກັນ, ທ່ານ David Cameron ລັດຖະມົນຕີການຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ: ປະເທດນີ້ ຈະຮ່ວມມືກັບ ອາເມລິກາ ແລະບັນດາປະເທດຄູ່ຮ່ວມມືກ່ຽວຂ້ອງເພື່ອເປີດແລວທາງທະເລຂົນສົ່ງເຄື່ອງຊ່ວຍເຫລືອໄປຍັງເຂດ ກາຊາ.

.

ຕອບກັບ

ຂ່າວ/ບົດ​ອື່ນ