ອີຢູຕົກລົງຕໍ່ກໍານົດເວລາ Brexit ໄປຮອດທ້າຍເດືອນຕຸລາ

(VOVWORLD) -ບັນດາການນໍາ ສະຫະພາບເອີຣົບ (ອີຢູ) ເຫັນດີຕໍ່ກໍານົດເວລາ ອັງກິດ ຖອນຕົວອອກຈາກ ອີຢູ ໄປຮອດວັນທີ 31 ຕຸລາ. 

        ວັນທີ 10 ເມສາ, ບັນດາການນໍາ ສະຫະພາບເອີຣົບ (ອີຢູ) ເຫັນດີຕໍ່ກໍານົດເວລາ ອັງກິດ ຖອນຕົວອອກຈາກ ອີຢູ ໄປຮອດວັນທີ 31 ຕຸລາ. ນີ້ແມ່ນຄັ້ງທີ 2 ທີ່ ອີຢູ ເຫັນດີ ຕໍ່ກໍານົດເວລາ ຕໍ່ເລື່ອງ ອັງກິດ ຖອນຕົວອອກຈາກກຸ່ມ, ຫຼືຍັງເອີ້ນວ່າ Brexit, ເພື່ອແນໃສ່ຫຼີກລ້ຽງວິກິດການ ອາດຈະເກີີດຂຶ້ນໃນກໍລະນີ Brexit ບໍ່ມີຂໍ້ຕົກລົງ.  ເຖິງຢ່າງໃດກໍຕາມ, ຂໍ້ສະເໜີດັ່ງກ່າວ ຍັງຕ້ອງລໍຖ້າຄວາມເຫັນດີຈາກ ອັງກິດອີກດ້ວຍ.

        ກ່ອນໜ້ານັ້ນ,ໃນກອງປະຊຸມທີີ່ຖືກຈັດຂຶ້ນ ໃນວັນດຽວກັນຢູ່ ບຣຸກແຊນ, ໃນເບື້ອງຕົ້ນ ສ່ວນຫຼາຍການນໍາ ອີຢູ ລ້ວນແຕ່ສະໜັບສະໜູນແຜນການຕໍ່ກໍານົດເວລາ Brexit ອອກໄປ 01 ປີ. ເຖິງຢ່າງໃດກໍຕາມ, ພາຍຫຼັງໂຕ້ຖຽງກັນລະຫວ່າງການນໍາບັນດາປະເທດ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ການນໍາບາງປະເທດອື່ນຄື ແບນຊິກ, ໂອຕາລິດ... ໄດ້ສະເໜີຫຼຸດເວລາຕໍ່ກໍານົດເວລາລົງ, ພ້ອມທັງຮຽກຮ້ອງວ່າ ຕ້ອງໄດ້ຮັບຄໍາໝັ້ນສັນຍາທີ່ແນ່ນອນຈາກ ລອນດອນ ກ່ຽວກັບເລື່ອງຈະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງ ອີຢູ ໃນໄລຍະທີ່ຍັງເປັນສະມາຊິກຂອງກຸ່ມນີ້.

        ຖ້າຫາກວ່າ ທ່ານນາຍົກລັດຖະມົນຕີ ອັງກິດ Theresa May ຍອມຮັບການຕໍ່ກໍານົດເວລານີ້, ປະເທດ ອັງກິດ ຍັງຄົງເປັນສະມາຊິກຂອງ ອີຢູ ຈົນໄປຮອດພາຍຫຼັງສິ້ນສຸດການປ່ອນບັດເລືອກຕັ້ງ ລັດຖະສະພາເອີຣົບ (EP), ເຊິ່ງຄາດວ່າ ຈະດໍາເນີນໃນວັນທີ 22 ພຶດສະພາ ຈະມາເຖິງ. ດັ່ງນັ້ນ, ອັງກິດ ຈະຕ້ອງເຂົ້າຮ່ວມວິວັດທະນາການນີ້ຂອງ ອີຢູ ທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ