ອີຢິບ ຈະດຳເນີນການເລືອກຕັ້ງ ປະທານາທິບໍດີ ຮອບທີ 2
Pham Huan, ນັກຂ່າວ VOV ປະຈຳ ອີຢິບ -  
ທ່ານ Mohamed Mursi ແລະ ທ່ານ Ahmed Shafiq ຈະເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ຮອບທີ 2 ທີ່ຈະດຳເນີນໃນວັນທີ 16 – 17/6
(ພາບ: RIA)
(vovworld) – ວັນທີ 28/5, ຄະນະກຳມະການເລືອກຕັ້ງປະທານາທິບໍດີສູງສຸດ ອີຢິບ ໄດ້ປະກາດໝາກຜົນຂອງການເລືອກຕັ້ງໃນອາທິດກ່ອນ ຢ່າງເປັນທາງການ, ຕາມນັ້ນແລ້ວ, ໃນຈຳນວນຜູ້ອອກສະໝັກຮັບເລືອກຕັ້ງ 12 ທ່ານ, ມີພຽງແຕ່ 2 ທ່ານ ແມ່ນຜູ້ອອກສະໝັກຮັບເລືອກຕັ້ງຂອງອົງການອ້າຍນ້ອງ ອິດສະລາມ, ເຊິ່ງແມ່ນອົງການການເມືອງມີຜົນສະທ້ອນອັນໃຫຍ່ຫຼວງທີ່ສຸດຢູ່ ອີຢິບ, ທ່ານ Mohamed Mursi ແລະ ອະດີດນາຍົກລັດຖະມົນຕີ ສະໄໝປະທານາທິບໍດີ Hosni Mubarack ແມ່ນ Ahmad Shafiq, ຍາດໄດ້ບັດສະໜັບສະໜູນສູງສຸດ. ດັ່ງນັ້ນ, ດ້ວຍເລື່ອງບໍ່ມີຜູ້ອອກສະໝັກຮັບເລືອກຕັ້ງທ່ານໃດບັນລຸໄດ້ 50% ຈຳນວນບັດສະໜັບສະໜູນທີ່ຈຳເປັນ, ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານທີ່ມີບັດສະໜັບສະໜູນສູງສຸດຈະເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ຮອບທີ 2 ທີ່ຈະດຳເນີນໃນວັນທີ 16 – 17/6. ປະທານາທິບໍດີຄົນໃໝ່ຈະໄດ້ຮັບການປະກາດຢ່າງເປັນທາງການໃນວັນທີ 21/6 ແລະ ຕາມການຄາດຄະເນແລ້ວ, ສະພາສູງສຸດບັນດາກຳລັງປະກອບອາວຸດ ຈະມອບໂອນສິດອຳນາດໃຫ້ແກ່ປະທານາທິບໍດີຄົນໃໝ່ໃນວັນທີ 30/6
Pham Huan, ນັກຂ່າວ VOV ປະຈຳ ອີຢິບ