ອີຢິບ ອາດຈະຈັດຕັ້ງການເລືອກ ຕັ້ງຄືນໃໝ່ ຢູ່ບາງສະຖານທີ່
ບັນດາຜູ້ສະໜັບສະໜູນ ທ່ານ Mohamed Mursi ຖືວ່າ: ທ່ານນີ້ຍາດໄດ້ໄຊຊະນະໃນການເລືອກຕັ້ງຜ່ານມາ
(ພາບ: AFP)
(vovworld) - ວັນທີ 21/6, ເວັບໄຊຂອງໜັງສືພິມ Al Ahram ຂອງ ອີຢິບ ໄດ້ອອກຂ່າວໂດຍໃຫ້ຮູ້ວ່າ: ຄະນະກຳມະການເລືອກຕັ້ງປະທານາທິບໍດີສູງສຸດ ອາດຈະຈັດຕັ້ງການເລືອກຕັ້ງຄືນໃໝ່ ຢູ່ສະຖານທີ່ປ່ອນບັດເລືອກຕັ້ງກ່ວາ 100 ແຫ່ງ. ເວັບໄຊນີ້ໄດ້ຄັດສະເໜີບາງແຫຼ່ງຂ່າວໂດຍໃຫ້ຮູ້ວ່າ: ປະຈຸບັນຄະນະກຳມະການເລືອກຕັ້ງຍັງຄົງຊັ່ງຊາເລື່ອງແກ້ໄຂການຮ້ອງທຸກຂອງຜູ້ສະໝັກເລືອກຕັ້ງ 2 ທ່ານ ຄືທ່ານ Mahamed Mursi ແລະ ທ່ານ Ahmed Shafiq. ໝາກຜົນຢູ່ບັນດາສະຖານທີ່ປ່ອນບັດເລືອກຕັ້ງນີ້ ແມ່ນໜຶ່ງໃນບັນດາບັນຫາ ເຊິ່ງບັນດາໜັງສືຮ້ອງທຸກເຕື້ອງເຖິງ. ຮອດຈຸດເວລານີ້, ຄະນະກຳມະການເລືອກຕັ້ງຍັງບໍ່ທັນອອກຄຳຕັດສິນສຸດທ້າຍກ່ຽວກັບບັນຫາດັ່ງກ່າວ. ກ່ອນໜ້ານັ້ນ, ທ່ານ Hatem Bagato, ເລຂາທິການໃຫຍ່ຄະນະກຳມະການເລືອກຕັ້ງ ໄດ້ປະກາດໝາກຜົນສຸດທ້າຍຂອງຮອບເລືອກຕັ້ງທີ 2 ຈະໄດ້ຮັບການປະກາດໃນວັນທີ 24/6. ທ່ານ Bagato ໃຫ້ຮູ້ວ່າ: ມີຄວາມຜິດຫຼາຍເກີນໄປໃນວິວັດການນັບບັດ ແລະ ພາຍຫຼັງຊັ່ງຊາບັນດາການຮ້ອງທຸກ, ຄະນະກຳມະການເລືອກຕັ້ງຈະນັບບັດຄືນໃໝ່ ແລະ ປະກາດໝາກຜົນໃນວັນອາທິດນີ້.