ອີຢິບ ໄດ້ຮຽກຕົວອຸປະທູດຊົ່ວຄາວ ຊູແອັດ ມາເພື່ອຄັດຄ້ານການຈູດເຜົາຄຳພີ Koran

(VOVWORLD) - ຖະແຫຼງການດັ່ງກ່າວໃຫ້ຮູ້ຕື່ມອີກວ່າ ອີຢິບ ໄດ້ແຈ້ງໃຫ້ອຸປະທູດຊົ່ວຄາວຂອງ ຊູແອັດ ກ່ຽວກັບເລື່ອງ ກາຍໂຣ “ກ່າວປະນາມຢ່າງຮຸນແຮງ ແລະ ປະຕິເສດບັນດາກໍລະນີຈູດເຜົາ
ອີຢິບ ໄດ້ຮຽກຕົວອຸປະທູດຊົ່ວຄາວ ຊູແອັດ ມາເພື່ອຄັດຄ້ານການຈູດເຜົາຄຳພີ Koran - ảnh 1ຜູ້ຈູດເຜົາຄຳພີ Koran
(ພາບ:Reuters)

ວັນທີ 25 ກໍລະກົດ, ໂຄສົກກະຊວງການຕ່າງປະເທດ ອີຢິບ ໄດ້ໃຫ້ຮູ້ວ່າ ປະເທດນີ້ໄດ້ຮຽກຕົວອຸປະທູດຊົ່ວຄາວຂອງ ຊູແອັດ ມາເພື່ອຄັດຄ້ານບັນດາການກະທຳແຕະຕ້ອງຄຳພີ Koran. ຖະແຫຼງການດັ່ງກ່າວໃຫ້ຮູ້ຕື່ມອີກວ່າ ອີຢິບ ໄດ້ແຈ້ງໃຫ້ອຸປະທູດຊົ່ວຄາວຂອງ ຊູແອັດ ກ່ຽວກັບເລື່ອງ ກາຍໂຣ “ກ່າວປະນາມຢ່າງຮຸນແຮງ ແລະ ປະຕິເສດບັນດາກໍລະນີຈູດເຜົາ ແລະ ແຕະຕ້ອງສະບັບສຳເນົາຂອງຄຳພີ Koran ໄດ້ດຳເນີນເປັນຫຼາຍເທືີ່ອ”.

        ໃນຂະນະນັ້ນ, ວັນທີ 25 ກໍລະກົດ, ຢູ່ ເດນມາກ, ບັນດານັກເຄື່ອນໄຫວຄັດຄ້ານ ອິດສະລາມ ໄດ້ຈູດເຜົາຄຳພີ Koran ຢູ່ນອກສະຖານທູດ ອີຢິບ ປະຈຳ Copenhagen. ແລະກໍ່ໃນວັນດຽວກັນ, ມີຜູ້ແຫ່ຂະບວນປະທ້ວງຂອງກຸ່ມ Danske Patrioter ຢູ່ ເດນມາກ ໄດ້ຈູດເຜົາສະບັບສຳເນົາຂອງ ຄຳພີ Koran ຢູ່ທາງໜ້າຂອງສະຖານທູດ ອີຣັກ ປະຈຳ Copenhagen ເຊັ່ນດຽວກັນ. ວັນທີ 22 ກໍລະກົດ, ມີຜູ້ແຫ່ຂະບວນປະທ້ວງນັບຮ້ອຍຄົນໄດ້ຄັດຄ້ານການກະທຳແຕະຕ້ອງນີ້ແລະຊອກຫາວິທີບຸກເຂົ້າເຂດສີຂຽວທີ່ໄດ້ປົກປ້ອງຢູ່ນະຄອນ Baghdad - ເຊິ່ງເປັນສະຖານທີ່ຕັ້ງສຳນັກງານຂອງບັນດາອົງການລັດຖະບານ ກໍ່ຄືສະຖານທູດປະເທດທີ່ຢູ່ທີ່ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ