ອີຢີບກຳນົດຈຸດເວລາພິພາກສາທ່ານMorsi ຍ້ອນມີການກະທຳຜິດຈາລະກຳ

ອີຢີບກຳນົດຈຸດເວລາພິພາກສາທ່ານMorsi ຍ້ອນມີການກະທຳຜິດຈາລະກຳ - ảnh 1
ປະທານາທິບໍດີຖືກ​ໂຄ່ນ​ລົ້ມ Mohamed Morsi
photo:baotintuc.vn

(vovworld) - ຕາມ​ນັ້ນ​ແລ້ວ, ສານ​ພິພາກສາ​ປະທານາທິບໍດີຖືກ​ໂຄ່ນ​ລົ້ມ Mohamed Morsi ​ແລະ ສະມາຊິກ​ອົງການ​ອ້າຍ​ນ້ອງ​ມຸດ​ສະລີ​ມ, ບັນດາ​ຫົວຫນ້າ​ອົງການ​ອິດສະ​ລາມ, ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ, ຜູ​້ພິພາກສາ ​ແລະ ທະນາຍຄວາມ​ອິດສະ​ລາມ 35 ຄົນ ຄາດ​ວ່າ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 16/2 ຈະ​ມາ​ເຖິງ. ບັນດາ​ຜູ້​ຄົນ​ດັ່ງກ່າວ​ຖືກ​ຜູກ​ໂທດ​ວ່າ ຕິດ​ຕໍ່​ກັບ​ຂະ​ບວນການ​ອິດສະ​ລາມ Hamas ຂອງ ປາ​ແລດ​ສະຕີ​ນ ​ແລະ ບັນດາ​ນັກຮົບສົງຄາມ​ໄມ້​ກາງ​ເຂັນ​ເພື່ອ​ດຳ​ເນີນ​ບັ້ນ​ຮົບ​ກໍ່​ກາ​ນຮ້າຍ​ພາຍ​ໃນ​ເຂດ​ດິນ​ແດນ​ຂອງ ອີ​ຢີບ. ນອກຈາກ​ການ​ກ່າວ​ຜູກ​​ໂທດດັ່ງກ່າວ, ອະດີດ​ປະທານາທິບໍດີ Morsi ຍັງ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ປະຊຸມ​ພິພາກສາ​ອື່ນ 2 ຄັ້ງ ດ້ວຍ​ການ​ຜູກ​ໂທດ​ວ່າ ​ຍຸ​ແຍ່​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ເຂັ່ນຂ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຝ່າຍ​ຄ້ານ, ຈັດ​ຕັ້ງ​ການ​ແຫກ​ຄຸກ, ລອບ​ຈັບ​ຕົວ ​ແລະ ​ເຂັ່ນ​ຂ້າ​ບັນດາ​ນາຍ​ຕຳຫລວດ​ໃນ​ຕົ້ນ​ປີ 2011. ຖ້າ​ຖືກ​ສານ​ຕັດສິນ​ລົງ​ໂທດ, ທ່ານ Morsi ອາດ​ຈະ​ຖືກ​ປະຫານ​ຊີວິດ ​ແລະ ຈຳ​ຄຸກ​ຕະຫລອດ​ຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ