ອີຢິບຍົກອອກເງື່ອນໄຂແກ້ໄຂວິກິດການທາງການທູດກັບກາຕາ

(VOVWORLD) -ທີ່ການພົບປະກັບທູດພິເສດອາເມລິກາ ກ່ຽວກັບວິກິດການກາຕາ Anthony Zinni ແລະ Tim Timothy Lenderking ຢູ່ນະຄອນຫຼວງກາຍໂຣ, ປະເທດອີຢິບ ໃນຕອນຄ່ຳວັນທີ 10 ສິງຫາ (ຕາມເວລາທ້ອງຖິ່ນ)

ອີຢິບຍົກອອກເງື່ອນໄຂແກ້ໄຂວິກິດການທາງການທູດກັບກາຕາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອີຢິບ Sameh Shoukry

(ພາບປະກອບ: Al-Ahram)

ທ່ານລັດຖະມົນຕີການຕ່າງປະເທດອີຢິບ Sameh Shoukry ຊີ້ແຈ້ງວ່າ, ກາຕາ ຕ້ອງຢຸດຕິການໜູນຊ່ວຍບັນດາອົງການກໍ່ການຮ້າຍຄືດັ່ງເງື່ອນໄຂເພື່ແກ້ໄຂຄວາມບໍ່ລົງລອຍກັນກັບບັນດາປະເທດບ້ານໃກ້ເຮືອນຄຽງອາຣັບ. ໃນຖະແຫຼງການສະບັບໜຶ່ງ, ກະຊວງການຕ່າງປະເທດອີຢິບ ໃຫ້ຮູ້ວ່າ, ທ່ານລັດຖະມົນຕີການຕ່າງປະເທດ Shoukry ໄດ້ໂອ້ລົມກັບທູດພິເສດອາເມລິກາວ່າ ວິກິດການທາງການທູດກັບກາຕາ ອາດຈະສິ້ນສຸດລົງ ຖ້າຫາກ ໂດຮາ ເຄົາລົບປະຕິບັດຕາມບັນດາຄຳຮຽກຮ້ອງຂອງກຸ່ມ 4 ປະເທດ ອາຣັບ ລວມມີ, ຊາອຸດີ ອາຣາເບຍ, ອີຢິບ, ສະຫະລັດອາຣັບ ເອມມີເລດ (UAE) ແລະ ບາເຣັນ, ທີ່ໄດ້ຍົກອອກມາເມື່ອເດືອນ ມິຖຸນາ 2017, ໃນນັ້ນມີເລື່ອງຢຸດຕິການໜູນຊ່ວຍໃຫ້ແກ່ລັດທິກໍ່ການຮ້າຍ. ກໍ່ທີ່ການພົບປະກັບບັນດາທູດພິເສດອາເມລິກາ, ທ່ານ Shoukry ເວົ້າວ່າ, ກາຕາ ກໍ່ຕ້ອງມີການກະທຳຄ້າຍຄືກັນ ແລະ ຕ້ອງປະຕິບັດບັນດາຄຳຮຽກຮ້ອງທີ່, ເໝາະສົມກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ