ອີຢູ-ອາຟະລິກາຮັບຮອງເອົາແຜນການກະທຳລວມ

ອີຢູ-ອາຟະລິກາຮັບຮອງເອົາແຜນການກະທຳລວມ - ảnh 1
(ພາບປະກອບ: Telegraph)

(vovworld) – ວັນ​ທີ 12/11, ສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ ບັນດາ​ປະ​ເທດ​ອາ​ຟ​ະລິ​ກາ ​ໄດ້​ຮັບຮອງ​ເອົາ​ແຜນການ​ກະທຳ​ລວມ​ ​ເພື່ອ​​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບ ​ແຕ່​ນີ້​ຮອດ​ທ້າຍ​ປີ 2016. ​ແຜ​ນການ​ນີ້​ໄດ້​ຮັບ​ການ​ຮັບຮອງ​​ເອົາ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ອີ​ຢູ - ອາ​ຟະ​ລິ​ກາ ​ເຊິ່ງ​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ​ຢູ່ Valleta (Malta). ທ່ານ​ປະທານ​ສະພາ​ເອີ​ລົບ Donald Tusk ​ໃຫ້​ຮູ້​ວ່າ, ​ແຜນການ​ນີ້​ໄດ້​ສຸມ​ໃສ່​ເລື່ອງ​ແກ້​ໄຂ​ບັນດາ​ເຫ​ດຜົນຂອງບັນຫາ​ຊາວອົບ​ພະຍົບ, ຕ້ານ​ບັນດາ​ກຸ່ມ​ຄ້າຂາຍ​ມະນຸດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ​ໃນ​ບັນຫາ​ອົບ​ພະຍົບຖືກ​ຕາມ​ກົດໝາຍ ​ແລະ ​ປົກ​ປ້ອງ​ຊາວ​ຫຼົບ​ໄພ… ຢູ່​ບັນດາ​ປະ​ເທດ​ອີ​ຢູ. ນອກຈາກ​ນັ້ນ, ກອງ​ປະຊຸມ​ກໍ​ເຫັນ​ດີ​ປະຕິບັດ 15 ຂໍ້​ລິ​ເລີມ​ອື່ນ ລວມທັງ​ການ​ສ້າງ​ຕັ້ງບັນດາ​ສູນ​ຖະ​ແຫຼ​ງຂ່າວ​ຢູ່​ບັນດາ​ປະ​ເທດ​ມີ​ຊາວ​ອົບ​ພະ​ຍົບ​ໄປ​ຜ່ານ ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ​ໄພ​ອັນຕະລາຍ​ທີ່​ເຂົາ​ເຈ​ົ້າຈະ​ຕ້ອງ​ປະ​ເຊີນ​ໜ້າ, ຖ້າ​ຫາກ​​ໄປ​ຕາມ​ບັນດາ​ກຸ່ມ​ຄ້າຂາຍ​ມະ​ນຸດ.

ຂ່າວ/ບົດ​ອື່ນ