ອີຢູຮຽກຮ້ອງອີຣານ “ຕ່າວປີ້ນ” ຄຳຕັດສິນກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍປະຫວັດສາດ

(VOVWORLD) -ຄຳຕັດສິນດັ່ງກ່າວຂອງເຕເຮຣານ ແມ່ນ “ຂັດແຍ້ງ” ກັບ JCPOA
ອີຢູຮຽກຮ້ອງອີຣານ “ຕ່າວປີ້ນ” ຄຳຕັດສິນກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍປະຫວັດສາດ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 05 ກັນຍາ, ສະຫະພາບເອີລົບ (ອີຢູ) ໄດ້ຮຽກຮ້ອງໃຫ້ອີຣານ ປ່ຽນແປງຄຳຕັດສິນຫວ່າງມໍ່ໆມານີ້ທີ່ກ່ຽວຂ້ອງເຖິງບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA) ເຊິ່ງເຕເຮຣານ ໄດ້ລົງນາມກັບກຸ່ມ P5+1 ເມື່ອປີ 2015. ຄຳຮຽກຮ້ອງດັ່ງກ່າວຖືກຍົກອອກມາພາຍຫຼັງທີ່ອີຣານ ຖະແຫຼງຍົກເລີກທຸກຂໍ້ຈຳກັດກ່ຽວກັບການຄົ້ນຄວ້າ ແລະ ພັດທະນານິວເຄຼຍ.

        ກ່າວຄຳເຫັນທີ່ການປະຊຸມຂ່າວ ຢູ່ບຣຸກແຊນ, ປະເທດແບນຊິກ, ໂຄສົກຄະນະກຳມະການເອີລົບ (EC) ທ່ານ Carlos Martin Ruiz de Gordejuela ຖືວ່າ, ຄຳຕັດສິນດັ່ງກ່າວຂອງເຕເຮຣານ ແມ່ນ “ຂັດແຍ້ງ” ກັບ JCPOA, ພ້ອມທັງຮຽກຮ້ອງໃຫ້ “ອີຣານ ຕ່າວປີ້ນ ບັນດາບາດກ້າວເດີນນີ້ ແລະ ບໍ່ເພີ່ມບັນດາມາດຕະການໃໝ່ທີ່ກໍ່ຜົນຮ້າຍໃຫ້ແກ່ຂໍ້ຕົກລົງນິວເຄຼຍຕື່ມອີກ”.

        ກ່ອນທີ່ຈະຕັດສິນໃຈຄືດັ່ງກ່າວ, ອີຣານ ໄດ້ຕັດຄຳໝັ້ນສັນຍາໃນຂໍ້ຕົກລົງອອກ 2 ຂໍ້ກ່ຽວກັບການສະກັດກັ້ນການສະສົມ urani ແລະ ລະດັບເສີມທາດ urani, ເພື່ອໂຕ້ຕອບບັນດາຄຳສັ່ງລົງໂທດຂອງອາເມລິກາ.

        ເຖິງຢ່າງໃດກໍ່ຕາມ, ໃນບົດກ່າວປາໄສຕອນຄ່ຳວັນທີ 05 ກັນຍາ, ທ່ານປະທານາທິບໍດີອີຣານ Hassan Rouhani ໃຫ້ຮູ້ວ່າ, ເຕເຮຣານ ຈະສືບຕໍ່ຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ແລະ ຢືນຢັນວ່າ ໂຄງການນິວເຄຼຍຂອງອີຣານ ຍາມໃດກໍ່ເພື່ອຮັບໃຊ້ເປົ້າໝາຍສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ