ອີຢູເປີດກ້ວາງບັນຊີລາຍຊື່ຜູ້ຖືກລົງໂທດສຳລັບສປປ.ເກົາຫຼີ

ອີຢູເປີດກ້ວາງບັນຊີລາຍຊື່ຜູ້ຖືກລົງໂທດສຳລັບສປປ.ເກົາຫຼີ - ảnh 1
ປະຊາຊົນ ສ. ເກົາຫຼີ ຕິດຕາມເຫດການຍິງລູກສອນໄຟຂອງ ສປປ ເກົາຫຼີ
(ພາບ: AFP/TTXVN)

(vovworld) –  ວັນ​ທີ 19/5, ສະຫະພາບ ​ເອີ​ລົບ (​ອີ​ຢູ) ປະກາດ​ເພີ່ມ​​ເຕີມ​ອີກ 18 ຄົນ ​ແລະ ອົງການ​ແຫ່ງ​ໜຶ່ງຂອງ ສປປ ​ເກົາຫຼີ ​ເຂົ້າ​ບັນຊີ​ລາຍ​ຊື່​ ​ເຊິ່ງ ອີ​ຢູ ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ. ຕາມ​ແຈ້ງ​ຂ່າວ​ຂອງ​ສະຫະພາບ​ເອີ​ລົບ ​ແລ້ວ, ​18 ຄົນ​ດັ່ງກ່າວ​​ເກືອບ​ທັງ​ໝົດ​ແມ່ນ​ບັນດາ​ນາຍ​ທະຫານ​ຂັ້ນ​ສູງ​ຂອງ​ກອງທັບ ສປປ ​ເກົາຫຼີ ​ແລະ ອົງ​ກອນ (​ເຄີຍ​ເປັນ​ບັນດາ​ບໍລິ​ສັດ ຫຼືອົງການ) ຖືກ​ລົງ​ໂທ​ດຍ້ອນ​ມີສ່ວນ​ກ່ຽວຂ້ອງ​ເຖິງ​ບັນດາ​ໂຄງການ​ລູກ​ສອນ​ໄຟ​ນຳ​ວິຖີ ​ຫຼື ອາວຸດ​ລ້າງຜານ. ບັນດາ​ມາດ​ຕະການ​ລົງ​​ໂທດ​ລວມມີ​​ຈຳກັດ​ການ​ໄປມາ​ ​ແລະ ປິດ​ລ້ອມ​ຊັບສົມບັດ. ລາຍຊື່​ຂອງ​ບັນດາ​ສ່ວນ​ບຸກຄົນ​ດັ່ງກ່າວ​ຈະ​ໄດ້​ປະກາດ​ໃນ​ບົດ​ລາຍ​ງານ​ທາງ​ການ​ຂອງ ອີ​ຢູ ອອກ​​ໃນ​ວັນ​ທີ 20/5. ດ້ວຍ​ຄວາມ​ຕັດສິນ​ໃຈ​ດັ່ງກ່າວ​ຂອງ ອີ​ຢູ, ປະຈຸ​ບັນ, ບັນຊີ​ລາຍ​ຊື່​ບັນດາ​ບຸກຄົນ ​ແລະ ອົງ​ກອນຂອງ ສປປ ​ເກົາຫຼີ ຖືກ ອີ​ຢູ ລົງ​ໂທດ​ແມ່ນ​ຂຶ້ນ​ເຖິງ 66 ຄົນ ​ແລະ 42 ອົງ​ກອນ.
ຂ່າວ/ບົດ​ອື່ນ