ອີຢູເລີ່ມດຳເນີນວິວັດທະນາການມອບສົ່ງຊາວອົົບພະຍົບກັບຄືນເກຼັກ

(VOVWORLD) -ວັນທີ 08 ສິງຫາ, ບັນດາປະເທດສະມາຊິກອີຢູ ເລີ່ມດຳເນີນວິວັດທະນາການສົ່ງບັນດາຊາວອົບພະຍົບທີ່ໄດ້ໄປອີຢູ ຜ່ານປະເທດເກຼັກ ໃນໄລຍະ 5 ເດືອນຜ່ານມາ ກັບຄືນເກຼັກ ເພື່ອໃຫ້ປະເທດນີ້ຕີລາຄາສຳເນົາຂໍລີ້ໄພ.
ອີຢູເລີ່ມດຳເນີນວິວັດທະນາການມອບສົ່ງຊາວອົົບພະຍົບກັບຄືນເກຼັກ - ảnh 1 (ພາບປະກອບ: THX/TTXVN)

ຕາມຂໍ້ກຳນົດຂອງອີຢູ ແລ້ວ, ຊາວອົບພະຍົບຕ້ອງຍື່ນຄຳຮ້ອງຂໍລີ້ໄພຢູ່ປະເທດເຊິ່ງເຂົາເຈົ້າ ເຂົ້າມາທຳອິດ. ເຖິງຢ່າງໃດກໍ່ຕາມ, ຂໍ້ກຳກົດນີ້ຖືກ “ໂຈະໄວ້” ຍ້ອນວ່າ ຊາວພົບພະຍົບມີເຖິງ 2 - 3 ພັນຄົນ, ໃນນັ້ນມີຫຼາຍຄົນຈາກຊີຣີ ໄປເກຼັກ ເມື່ອປີ 2015. ໂຄສົກຄະນະກຳມະການເອີລົບ Tove Ernst ເນັ້ນໜັກວ່າ, ຍ້ອນເງື່ອນໄຂຕ້ອນຮັບຢູ່ເກຼັກ ໄດ້ຮັບການປັບປຸງພໍສົມຄວນ ນັບແຕ່ປີ 2016, ຄະນະກຳມະການເອີລົບ ໄດ້ສະເໜີຄ່ອຍໆເຊື່ອມຕໍ່ການມອບສົ່ງຊາວອົບພະຍົບຄືນ. ປະຈຸບັນ, ຂໍ້ສະເໜີດັ່ງກ່າວບໍ່ມີລັກສະນະຜູກມັດບັນດາປະເທດເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ