ອີ​ຣານ: ​ການເຈລະ​ຈາ​ນິວ​ເຄຼຍ “ຍັງ​ບໍ່​ຕົກ​ເຂົ້​າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ”

(VOVWORLD) -ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Saeed Khatibzadeh ໃຫ້ຮູ້ວ່າ ບັນດາການເຈລະຈາໄດ້ເຕື້ອງເຖິງບັນດາບັນຫາຫຼັກແຫຼ່ງ ແລະ ບັນດາຝ່າຍ, ພິເສດແມ່ນ ອາເມລິກາ ຕ້ອງຍົກອອກການຕັດສິນດ້ານການເມືອງຢ່າງເຂັ້ມງວດ. 
ອີ​ຣານ: ​ການເຈລະ​ຈາ​ນິວ​ເຄຼຍ “ຍັງ​ບໍ່​ຕົກ​ເຂົ້​າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ” - ảnh 1ທ່ານ ໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh (ພາບ: IRNA/TTXVN)

ວັນທີ 14 ກຸມພາ, ທ່ານ ໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh ໄດ້ໃຫ້ຂໍ້ສັງເກດວ່າ ບັນດາການເຈລະຈາລະຫວ່າງປະເທດນີ້ ກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015 ເຖິງວ່າສັບສົນ ແລະ ຫຍຸ້ງຍາກ ແຕ່ຍັງບໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Saeed Khatibzadeh ໃຫ້ຮູ້ວ່າ ບັນດາການເຈລະຈາໄດ້ເຕື້ອງເຖິງບັນດາບັນຫາຫຼັກແຫຼ່ງ ແລະ ບັນດາຝ່າຍ, ພິເສດແມ່ນ ອາເມລິກາ ຕ້ອງຍົກອອກການຕັດສິນດ້ານການເມືອງຢ່າງເຂັ້ມງວດ. ທ່ານກໍ່ເນັ້ນໜັກວ່າ ເຕເຮຣານ ຄວນຮັບປະກັນຄວາມພາວະວິໄສ ຈາກບັນດາຝ່າຍທີ່ກ່ຽວຂ້ອງວ່າ ອາເມລິກາ ຈະບໍ່ປະລະຂໍ້ຕົກລົງອີກຄັ້ງໜຶ່ງ.

ປັດຈຸບັນ, ອີຣານ ພວມເຈລະຈາໂດຍກົງກັບ ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ, ພ້ອມທັງເຈລະຈາທາງອ້ອມກັບ ອາເມລິກາ ຢູ່ວຽນນາ (ປະເທດ ໂອຕາລິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ເຊິ່ງບັນດາຝ່າຍລົງນາມໃນປີ 2015. ຕາມຂໍ້ຕົກລົງແລ້ວ, ອີຣານ ຈະຈຳກັດໂຄງການນິວເຄຼຍ ແທນທີ່ນັ້ນ ອາເມລິກາ ແລະ ຝ່າຍຕາເວັນຕົກຈະຍົກເລີກບັນດາມາດຕະການລົງໂທດເລັ່ງໃສ່ປະເທດນີ້. ເຖິງຢ່າງໃດກໍ່ຕາມ, ປີ 2018, ທ່ານປະທານາທິບໍດີ ອາເມລິກາ ໃນຂະນະນັ້ນແມ່ນ ທ່ານ Donald Trump ໄດ້ຖອນອາເມລິກາ ອອກຈາກຂໍ້ຕົກລົງດັ່ງກ່າວດ້ວຍເຫດຜົນມີຫຼາຍມາດຕາຍັງບໍ່ເຂັ້ມງວດ, ພ້ອມທັງຈັດວາງບັນດາມາດຕະການລົງໂທດອີຣານຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ