ອີຣານ ກຽມພ້ອມແກ້ໄຂບັນຫາ ຊີຣີ

ອີຣານ ກຽມພ້ອມແກ້ໄຂບັນຫາ ຊີຣີ - ảnh 1
ເຫດລະເບີດລົດ ໂອໂຕຢູ່ນະຄອນ Damascus ຂອງ ຊີຣີ
(ພາບ: AFP/ສຳນັກຂ່າວສານຫວຽດນາມ)

(vovworld) - ວັນ​ທີ 14/7, ອີຣານ ຖະ​ແຫຼ​ງກຽມພ້ອມ​ຮັບຜິດຊອບ​ບົດບາດ ພ້ອມ​ກັບ​ບັນດາ​ປະ​ເທດ​ອື່ນ​ໆໃນ​ພາກ​ພື້ນ ​ເພື່ອ​ແນ​ໃສ່​ຊອກ​ຫາ​ວິທີ ຈັດການ​ໂອ້​ລົມ​ສົນທະນາ​ລະຫວ່າງ ລັດຖະບານ ​ແລະ ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີ. ທ່ານ Mehmanparast, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ ຖື​ວ່າ: ສິ່ງ​ດັ່ງກ່າວ​​ເພື່ອ​ແນ​ໃສ່ນຳ​ມາ​ເຊິ່ງ​ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອ​ດ​ໄພ​ຢູ່ ຊີຣີ ກໍ​ຄື​ສະກັດ​ກັ້ນ​ວິ​ກິດ​ການ​ທີ່​ພວມ​ແຜ່​ຂະຫຍາຍ​ອອກ​ສູ່ທົ່ວ​ພາກ​ພື້ນ​ນີ້​ຢ່າງ​ວ່ອງ​ໄວ. ອີ​ຮານ ​ໄດ້​ສະ​ເໜີ​ຫຼາຍ​ເທື່ອກ່ຽວ​ກັບ​ການຊ່ວຍ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຊີຣີ, ​ແຕ່​ພັດ​ຖືກກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ອາຣັບ ປະຕິ​ເສດ, ​​ໂດຍ ກ່າວ​ຫາ​ວ່າ ອີຣານ ​ໄດ້ໜູນ​ຊ່ວຍ​ດ້ານການ​ທະຫານ​ໃຫ້​ແກ້​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Bashar al-Assad.

ຂ່າວ/ບົດ​ອື່ນ