ອີ​ຣານ ຊັ່ງ​ຊາ​ການ​ເລືອກ​ເຟັ້ນ​ອື່ນ ຖ້າ​ຫາກວ່າ ຝ່າຍ​ຕາ​ເວັນ​ຕົກໂຈະ​ຂໍ້​ຕົກ​ລົງ​ທຶນ​ນິວ​ເຄຼຍ

(VOVWORLD) -ຖ້າຫາກວ່າຝ່າຍຕາເວັນຕົກບໍ່ຕັດສິນຟື້ນຟູຂໍ້ຕົກລົງ, ອີຣານ ກໍມີການເລືອກເຟັ້ນອື່ນ ແລະ ອີຣານ ຈະບໍ່ຍອມເສຍຜົນປະໂຫຍດໃນກໍລະນີນີ້.
ອີ​ຣານ ຊັ່ງ​ຊາ​ການ​ເລືອກ​ເຟັ້ນ​ອື່ນ ຖ້າ​ຫາກວ່າ ຝ່າຍ​ຕາ​ເວັນ​ຕົກໂຈະ​ຂໍ້​ຕົກ​ລົງ​ທຶນ​ນິວ​ເຄຼຍ - ảnh 1ຮາກຖານນິວເຄຼຍ ອີຣານ (ພາບ: AFP/TTXVN)

ວັນທີ 4 ກັນຍາ, ສະມາຊິກລັດຖະສະພາຂັ້ນສູງຂອງ ອີຣານ, ທ່ານ Mahmoud Abbaszadeh Meshkini ໄດ້ຮຽກຮ້ອງໃຫ້ບັນດາປະເທດຝ່າຍຕາເວັນຕົກ ຢຸດຕິການໂຈະເລື່ອງຟື້ນຟູຂໍ້ຕົກລົງນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ເຕເຮຣານ ຈະຊັ່ງຊາການເລືອກເຟັ້ນອື່ນ.

ສຳນັກຂ່າວສານ IRNA ໄດ້ຄັດສະເໜີຄຳກ່າວປາໄສຂອງສະມາຊິກລັດຖະສະພາແຫ່ງຊາດ ທ່ານ Mahmoud Abbaszadeh Meshkini, ສະມາຊິກກຳມາທິການນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂຶ້ນກັບສະພາແຫ່ງຊາດ ອີຣານ, ໂດຍໃຫ້ຮູ້ວ່າ “ຂໍ້ຕົກລົງພ້ອມກັນໄຊຊະນະ” ມີຄວາມໝາຍສຳຄັນຊ່ວຍຮັບປະກັນຜົນປະໂຫຍດແຫ່ງຊາດຂອງ ອີຣານ. ທ່ານ Mahmoud Abbaszadeh Meshkini ຢັ້ງຢືນວ່າ ຖ້າຫາກວ່າຝ່າຍຕາເວັນຕົກບໍ່ຕັດສິນຟື້ນຟູຂໍ້ຕົກລົງ, ອີຣານ ກໍມີການເລືອກເຟັ້ນອື່ນ ແລະ ອີຣານ ຈະບໍ່ຍອມເສຍຜົນປະໂຫຍດໃນກໍລະນີນີ້. ເລື່ອງແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງມາດຕະການຮັບປະກັນອາດສາມາດຮຳບາດແຜຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ອີຣານ ກັບ ຝ່າຍຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ