ອີຣານ ຊອກຫາການຮັບປະກັນດ້ານເສດຖະກິດໃຫ້ແກ່ຂໍ້ຕົກລົງນິວເຄຼຍ

(VOVWORLD) -ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງນີ້ຕາມລຳພັງຝ່າຍດຽວໃນປີ 2018 ແລະ ຈັດວາງຄຳສັ່ງລົງໂທດດ້ານເສດຖະກິດຢ່າງຫນັກຫນ່ວງເຮັດໃຫ້ ອີຣານ  ເລີ່ມຢຸດຕິການປະຕິບັດບັນດາຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງ. 
ອີຣານ ຊອກຫາການຮັບປະກັນດ້ານເສດຖະກິດໃຫ້ແກ່ຂໍ້ຕົກລົງນິວເຄຼຍ - ảnh 1ທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ທີ່ການຖະແຫລງຂ່າວ ຢູ່ ເຕເຮຣານ. (ພາບ: AFP/TTXVN)

ວັນທີ 22 ກໍລະກົດ, ທ່ານ Hossein Amir-Abdollahian ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ປະເທດນີ້ ພວມຊອກຫາການຮັບປະກັນດ້ານເສດຖະກິດຈາກຝ່າຍ ອາເມລິກາ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ JCPOA ທີ່ໄດ້ລົງນາມເມື່ອປີ 2015. ຂໍ້ຕົກລົງນີ້ ໄດ້ຊ່ວຍ ອີຣານ ຍົກເລີກບັນດາຄຳສັ່ງລົງໂທດ, ແທນໃຫ້ປະເທດນີ້ຕ້ອງຫລຸດຜ່ອນໂຄງການເສີມທາດຢູຣານຽມຢູ່ໃນລະດັບບໍ່ຜະລິດອາວຸດນິວເຄຼຍ. ແຕ່ ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງນີ້ຕາມລຳພັງຝ່າຍດຽວໃນປີ 2018 ແລະ ຈັດວາງຄຳສັ່ງລົງໂທດດ້ານເສດຖະກິດຢ່າງຫນັກຫນ່ວງເຮັດໃຫ້ ອີຣານ  ເລີ່ມຢຸດຕິການປະຕິບັດບັນດາຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງ.

ຕາມລັດຖະມົນຕີການຕ່າງປະເທດ ອີຣານ, ປະຈຸບັນ ບັນດາຝ່າຍພວມມີເອກະສານສະບັບຫນຶ່ງ ແລະ ເຫັນດີຕໍ່ 95% ເນື້ອໃນ. ທ່ານເນັ້ນຫນັກວ່າ: ຝ່າຍ ອາເມລິກາ ຍັງບໍ່ທັນຮັບປະກັນວ່າ ພວກຂ້າພະເຈົ້າອາດຈະໄດ້ຊົມໃຊ້ທຸກຜົນປະໂຫຍດດ້ານເສດຖະກິດຂອງຂໍ້ຕົກລົງ JCPOA ແລະ ອີຣານ ຈະສືບຕໍ່ໃຫ້ບັນດາການເຈລະຈາໂດຍທາງອອ້ມກັບ ອາເມລິກາ ຜ່ານ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ