ອີຣານ ຜູກໂທດ ອາເມລິກາ ກໍ່ຄວາມກີດຂວາງໃຫ້ການປະຕິບັດຂໍ້ຕົກລົງນິວເຄຼຍ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ອີຣານ Ali Larijani ຖະແຫຼງວ່າ ແນວທາງການຕ່າງປະເທດຂອງປະເທດນີ້
ອີຣານ ຜູກໂທດ ອາເມລິກາ ກໍ່ຄວາມກີດຂວາງໃຫ້ການປະຕິບັດຂໍ້ຕົກລົງນິວເຄຼຍ - ảnh 1 ທ່ານປະທານສະພາແຫ່ງຊາດ Ali Larijani  (ພາບ: TASS/TTXVN)

ແມ່ນອີງໃສ່ການແກ້ໄຂບັນດາການປະທະກັນໂດຍຜ່ານການເຈລະຈາ, ພ້ອມທັງ ຕຳໜິຕິຕຽນ ອາເມລິກາ ໄດ້ກໍ່ຄວາມກີດຂວາງໃຫ້ການປະຕິບັດຂໍ້ຕົກລົງນິວເຄຼຍປະຫວັດສາດທີ່ມີຊື່ວ່າ ແຜນການດຳເນີນງານຮອບດ້ານຮ່ວມ (JCPOA) ເຊິ່ງປະເທດນີ້ ໄດ້ເຊັນກັບກຸ່ມ P5+1 (ລວມມີ: ອັງກິດ, ຈີນ, ຝະຣັ່ງ, ລັດເຊຍ, ອາເມລິກາ ແລະ ເຢຍລະມັນ) ເມື່ອປີ 2015. ວັນທີ 26 ພະຈິກ, ກ່າວຄຳເຫັນທີ່ ເຕເຮຣານ ໃນການຕ້ອນຮັບທ່ານ Janusz Lewandowski, ສະມາຊິກລັດຖະສະພາ ເອີຣົບ (EP) ແລະ ທັງເປັນປະທານກຸ່ມສະມາຊິກລັດຖະສະພາ EPກ່ຽວກັບການພົວພັນກັບ ອີຣານ, ທ່ານປະທານສະພາແຫ່ງຊາດ ອີຣານ Ali Larijani ຊີ້ແຈ້ງວ່າ: ບໍ່ປະໃຫ້ບັນດາຄຳກ່າວຫາທີ່ໄຮ້ຫລັກຖານຂອງ ອາເມລິກາ ພ້ອມກັບບາງສຳພັນທະມິດຂອງ ອາເມລິກາ ຢູ່ພາກພື້ນກໍ່ຄວາມກີດຂວາງເຖິງການປະຕິບັດ JCPOA. ທ່ານປະທານສະພາແຫ່ງຊາດ Ali Larijani ໃຫ້ຮູ້ວ່າ: ອີຣານ ໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ