ອີ​ຣານ ພ້ອມ​ແລ້ວທີ່​ຈະ​ຊ່ວຍຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ

(VOVWORLD) - ອີຣານ ພ້ອມແລ້ວທີ່ຈະຊ່ວຍສ້າງຕັ້ງການພົວພັນຢ່າງສະໜິດສະໜົມລະຫວ່າງບັນດາປະເທດໃນພາກພື້ນກັບ ສະຫະພາບເອີຣົບ (ອີຢູ).
ອີ​ຣານ ພ້ອມ​ແລ້ວທີ່​ຈະ​ຊ່ວຍຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ເຕເຮຣານ, ອີຣານ (ພາບ: AFP/TTXVN)

ວັນທີ 10 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian  ຢັ້ງຢືນວ່າ ອີຣານ ພ້ອມແລ້ວທີ່ຈະຊ່ວຍສ້າງຕັ້ງການພົວພັນຢ່າງສະໜິດສະໜົມລະຫວ່າງບັນດາປະເທດໃນພາກພື້ນກັບ ສະຫະພາບເອີຣົບ (ອີຢູ). ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ອີຣານ ແລ້ວ, ທ່ານ Hossein Amir-Abdollahian ໄດ້ຍົກອອກຄຳປາໄສດັ່ງກ່າວ ໃນການພົບປະກັບຜູ້ຕາງໜ້າພິເສດຂອງ ອີຢູ ຢູ່ເຂດອ່າວ ເປີເຊຍ, ທ່ານ  Luigi Di Maio, ທີ່ນະຄອນຫຼວງ ເຕເຮຣານ ຂອງ ອີຣານ.

        ທ່ານລັດຖະມົນຕີການຕ່າງປະເທດ Hossein Amir-Abdollahian ໃຫ້ຮູ້ວ່າ ອີຣານ ຊົມເຊີຍບໍ່ວ່າຂໍ້ລິເລີ່ມໃດຂອງ ອີຢູ ທີ່ແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ສະຫະພາບ ເອີຣົບ ກັບບັນດາປະເທດໃນພາກພື້ນ.

        ສ່ວນຜູ້ຕາງໜ້າພິເສດຂອງ ອີຢູ ໄດ້ເນັ້ນວ່າ ເວທີປາໄສສົນທະນາ ແລະ ຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນແມ່ນມີຄວາມສຳຄັນ. ທ່ານ Luigi Di Maio  ຖືວ່າ ການຫັນການພົວພັນລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ ເປັນປົກກະຕິ ແມ່ນເພື່ອຜົນປະໂຫຍດຂອງພາກພື້ນ.

        ໃນການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການພັດທະນານິວເຄຼຍຂອງ ອີຣານ ແລະ ການຍົກເລີກບັນດາຄຳສັ່ງລົງໂທດສຳລັບປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ