ອີຣານ ເພີ່ມຈັກພົ້ນສູນ 3 ພັນ ເຄື່ອງເຂົ້າໂຄງການນິວເຄຼຍ

ອີຣານ ເພີ່ມຈັກພົ້ນສູນ 3 ພັນ ເຄື່ອງເຂົ້າໂຄງການນິວເຄຼຍ - ảnh 1
ປະທານາທິບໍດີ ອີຣານ Mahmoud Ahmadinejad ຢ້ຽມຢາມເຕົານິວເຄຼຍແຫ່ງໜຶ່ງ

(vovworld) - ອີຣານ​ໄດ້​ເພີ່ມ​ຈັກພົ້ນ​ສູນ 3 ພັນ​ເຄື່ອງ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ເສີມ​ທາດ uranium, ພ້ອມ​ກັນ​ນັ້ນ​ກໍ່​ຖະ​ແຫຼ​ງ​ເປີດ​ສະຫຼອງ 3 ​ໂຄງການ​ນິວ​ເຄຼຍ​​ໃໝ່. ວັນ​ທີ 15/2, ​ໃນ​ບົດ​ກ່າວ​ປາ​ໄສ​ທາງ​ຊ່ອງ​ໂທລະພາບ IRIB, ທ່ານ​ປະທານາທິບໍດີ ອີ​ຣານ Mahmoud Ahmadinejad ຢືນຢັນ​ວ່າ: ຈັກພົ້ນ​ສູນ 3 ພັນ​ເຄື່ອງ​ໄດ້ຮັບ​ການ​ເພີ່ມ​ເຕີ່​ມ, ອັນ​ໄດ້ຍົກ​ຍອດ​ຈຳ​ນວນ​ຈັກພົ້ນ​ສູນຂຶ້ນ​ເຖິງ 9 ພັນເຄື່ອງ. ກ່ອນ​ໜ້າ​ນັ້ນ, ທ່ານ Ahmadinejad ​ໄດ​້​ເປັນ​ສັກຂີ​ພິຍາ​ນການຕິດຕັ້ງ​ບັນດາຫຼອດນິວ​ເຄຼຍ​​ໄດ້​ຮັບ​ການ​ເສີມເປັນ​ຄັ້ງ​ທຳ​ອິດ​ພາຍ​ໃນ​ປະ​ເທດ​ຂອງ ອີຣານ​ເຂົ້າ​ໃສ່​ເຕົ່າ​ນິວ​ເຄຼຍສາທາລະນະ​ສຸກ​ຢູ່ Teheran.

ຂ່າວ/ບົດ​ອື່ນ