ອີຣານຕີລາຄາສູງນະໂຍບາຍຂອງເຢຍລະມັນຕໍ່ຕາເວັນອອກກາງ

ອີຣານຕີລາຄາສູງນະໂຍບາຍຂອງເຢຍລະມັນຕໍ່ຕາເວັນອອກກາງ - ảnh 1
ທ່ານ Mohammad Javad Zarif ແລະ ທ່ານ Markus Ederer
(ພາບ: IRNA)

(vovworld) - ວັນ​ທີ 10/05 ທ່ານ Mohammad Javad Zarif ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​​ດ ອີຣານ ​ໄດ້​ອອກສຽງ​ຊົມ​ເຊີຍ​ທັດສະນະ​ຂອງ ​ເຢຍລະ​ມັນ ກ່ຽວ​ກັບ​ສະພາບ​ຕົວ​ຈິງ​ປະຈຸ​ບັນ​ຢູ່ຕາ​ເວັນ​ອອກ​ກາງ, ຖື​ວ່າ: Berlin ມີ​ບົ​ດບາດຫຼັກ​ແຫຼ່ງ​ໃນ​ບັນດາ​ເວທີ​ປາ​ໄສ​ຢູ່​ພາກ​ພື້ນ​ ​ແລະ ສາກົນ. ກ່າວ​ຄຳ​ເຫັນທີ່​ການ​ຕ້ອນຮັບ​ທ່ານ Markus Ederer ລັດຖະມົນຕີ​ຮັບຜິດຊອບ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ ຢູ່ Tehran, ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ Zarif ຖື​ວ່າ: ກົງ​ກັນ​ມຂ້າມ​ກັບ​ບາງ​ປະ​ເທດ ​ເອີ​ລົບ ​ແລະ ບັນດາ​ປະ​ເທດ​ຝ່າຍ​ທິດຕາ​ເວັນ​ຕົກ, ​ເຢຍລະ​​ມັນ ບໍ່​ມີ​ທັດສະນະ​ຫຍໍ້​ທໍ້​ສຳລັບ​ສະພາບ​ຕົວ​ຈິງ​ປະຈຸ​ບັນ​ໃນ​ພາກ​ພື້ນ. ທ່ານ Zarif ກໍ່​​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ເລື່ອງ ວົງ​ການ​ເຈົ້າ​ໜ້າ​ທີ່ ອີຣານ ​ແລະ ​ເຢຍລະ​ມັນ ດຳ​ເນີນ​ບັນດາ​ການ​ທາ​ບທາມ​ຄວາມ​ເຫັນ​ເປັນ​ປະຈຳ​ກ່ຽວ​ກັບ​ບັນດາ​ບັນຫາ​ການ​ເມືອງ, ​ເສດຖະກິດ, ວັດທະນະ​ທຳ ​ແລະ ສະພາ​ແຫ່ງ​ຊາດ, ກໍ່​ຄື​ຍູ້​ແຮງ​ການ​ພົວພັນ 2 ຝ່າຍ​ກ່ຽວ​ກັບ​ການ​ຄ້າ ​ແລະ ​ເສດຖະກິດ.

ຂ່າວ/ບົດ​ອື່ນ