ອີຣານປະກາດບໍ່ປິດປະຕູ ຮາກຖານນິວເຄຼຍ Fordow

ອີຣານປະກາດບໍ່ປິດປະຕູ ຮາກຖານນິວເຄຼຍ Fordow - ảnh 1

(ພາບ:vietnamplus.vn)

(vovworld) -  ວັນ​ທີ 17/2, ທ່ານ Alaeddin Boroujerdi ປະທານ​​ກຳມາທິການ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ສັງກັດ​ສະພາ​ແຫ່ງ​ຊາດ​ອີຣານ ປະກາດ​ວ່າ ຮາກ​ຖານ​ນິວ​ເຄຼຍ Fodow ຈະ​ບໍ່​ມີ​ວັນ​ປິດ​ປະຕູ. ຄຳ​ປະກາດ​ດັ່ງກ່າວ​ຂອງ​ລັດຖະບານ​ອີຣານ ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ການ​ທີ່​ມີ​ຂ່າວ​ວ່າ: ກຸ່ມ P5+1 ລວມມີ 5 ປະ​ເທດປະຈຳສະພາ​ຄວາມໝັ້ນຄົງ ສປຊ ​ແລະ ​ເຢຍລະ​ມັນ ​ໄດ້​ຈັດການ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຜ່ອນຄາຍ​ຄຳ​ສັ່ງ​ຂວ້ຳບາດດ້ານ​ການ​ຄ້າ​ສຳລັບຄຳ ​ແລະ ​ໂລຫະ​ມີຄ່າທີ່ມີ​ຕໍ່​ອາຣານ ຖ້າ​ຫາກ​ວ່າ​ອີຣານ ຕົກລົງ​ຈະ​ປິດ​ປະຕູຮາກ​ຖານ​ນິວ​ເຄຼຍ Fodow. ຕາມ​ທ່ານ Boroujerdi, ຮາກ​ຖານ​ນິວ​ເຄຼຍ Fodow ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ເພື່ອ​ປ້ອງ​ກັນ​ປະ​ເທດ​ນີ້​ຕໍ່ໜ້າ​ໄພ​ນາບ​ຂູ່​ຈາກ​ອີດ​ສະຣາ​ແອນ ​ແລະ ຂໍ້​ສະ​ເໜີ​ດັ່ງກ່າວ​ຂອງ​ກຸ່ມ P5+1 ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ອິດສະຣາ​ແອນ ມີ​ບັນດາ​ການ​ກະທຳ​ນາບຂູ່​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ຮາກ​ຖານ​ນິວ​ເຄຼຍ Fodow ຕັ້ງຢູ່​ມໍ່​ກັບ​ນະ​ຄອນ Qom ​ແມ່ນ​ຮາກ​ຖານ​ເສີມ​ທາດ​ອູຣານຽມ​ໃນລະດັບ 20%.

ຂ່າວ/ບົດ​ອື່ນ