ອີຣານປະກາດສືບຕໍ່ທົດລອງລູກສອນໄຟໃໝ່

ອີຣານປະກາດສືບຕໍ່ທົດລອງລູກສອນໄຟໃໝ່ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 18/01 ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີຣານ, ພົນ​ຈັດ​ຕະວາ Hossein Dehqan ປະກາດວ່າ Tehran ຈະ​ທົດ​ລອງ​ບັນດາ​ ​ລູກ​ສອນ​ໄຟຊະນິດ​ຕ່າງໆ ​ໂດຍ​ປະ​ເທດ​ນີ້​ອອກ​ແບບ ​ແລະ ຜະລິດ​ໃນອານາ​ຄົດ​ໃກ້ໆ​ນີ້, ​ໂດຍ​ບໍ່​ຫົວຊາ​ຕໍ່ຄຳ​ສັ່ງ​ລົງ​ໂທດ​ຂອງ ອາ​ເມ​ລິ​ກາ ສຳລັບ​ໂຄງການ​ລູກ​ສອນ​ໄຟ​ຂອງ​ປະ​ເທດອິດສະ​ລານ. ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ Hossein Jaberi Ansari ​ໄດ້​ຖະ​ແຫຼ​ງບັນດາ​ມາດ​ຕະການລົງ​ໂທດ​ຂອງ ອາ​ເມ​ລິ​ກາ ​ເລັ່ງ​ໃສ່​ໂຄງການ​ລູດສອນ​ໄຟນ​ຳວິຖີ​ຂອງ ອີຣານ ​ແມ່ນ​ຜິດ​​ກົດໝາຍ, ພ້ອມ​ທັງ ຢືນຢັນ​ວ່າ: ​ໂຄງການ​ລູກ​ສອນ​ໄຟ​ຂອງ Tehran ບໍ່​ອອກ​ແບບ ​ເພື່ອສາມາດ​ນຳ​​ເອົາອາວຸດ​ນິວ​ເຄຼຍ​ໄດ້. ວັນ​ທີ 17/1, ພາຍຫລັງ​ທີ່ຄຳ​ສັ່ງ​ລົງ​ໂທດ​ສຳລັບ​ໂຄງການນິວ​ເຄຼຍຂອງ Tehran ຖືກ​ຍຸບເລີກ​ເປັນ​ເວລາ 1 ວັນ ອາ​ເມ​ລິ​ກາ ​ໄດ້​ປະກາດ​ບັນດາ​ມາດ​ຕະການ​ລົງ​ໂທດ​​ໃໝ່ ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ ອີຣານ.

ຂ່າວ/ບົດ​ອື່ນ