ອີຣານປະຕິເສດການເຈລະຈາເຊື່ອມຕໍ່ຂໍ້ຕົກລົງນິວເຄຼຍຄືນໃໝ່

(VOVWORLD) -ວັນທີ 06 ກຸມພາ, ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ຢ້ຳຄືນໃໝ່ວ່າ, ບັນດາຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA)

ອີຣານປະຕິເສດການເຈລະຈາເຊື່ອມຕໍ່ຂໍ້ຕົກລົງນິວເຄຼຍຄືນໃໝ່ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບປະກອບ: The Nation)

ເຊິ່ງເຕເຮຣານ ພ້ອມກັບກຸ່ມ P5+1 (ລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ພ້ອມກັບເຢຍລະມັນ) ທີ່ໄດ້ລົງນາມເມື່ອປີ 2015 ແມ່ນບໍ່ສາມາດເຈລະຈາຄືນໃໝ່, ໂດຍບໍ່ຫົວຊາຕໍ່ບັນດາການນາບຂູ່ຂອງວໍຊິງຕັນ.

        ຕາມທ່ານປະທານາທິບໍດີ Rouhani ແລ້ວ, ມາດຕະການແກ້ໄຂບັນດາບັນຫາລະຫວ່າງເຕເຮຣານ ແລະ ວໍຊິງຕັນ ໃນປະຈຸບັນແມ່ນຕົກຢູ່ໃນກຳມືຂອງວົງການເຈົ້າໜ້າທີ່ອາເມລິກາ. ທ່ານ Rouhani ຖືວ່າ, ວໍຊິງຕັນ ຕ້ອງຍຸດຕິບັນດາການກະທຳນາບຂູ່, ລົງໂທດ ແລະ ກໍ່ຄວາມດັນ, ໃນຂະນະທີ່ສະພາບການຈະໄດ້ຮັບການປົວແປງ ແລະ ອາດຈະຄິດເຖິງອະນາຄົດ. ການນນຳອີຣານ ໄດ້ປະຕິເສດຄຳຮຽກສິດຂອງອາເມລິກາ ກ່ຽວກັບເລື່ອງດຳເນີນການພິຈາລະນາຄືນຂໍ້ຕົກລົງນິວເຄຼຍດັ່ງກ່າວ ແລະ ຢືນຢັນວ່າ “ບໍ່ສາມາດເພີ່ມ ຫຼື ຍົກເລີກອອກຈາກ JCPOA ເຖິງວ່າພຽງແຕ່ແຖວໜຶ່ງກໍ່ຕາມ”. ຕາມທ່ານແລ້ວ, ເລື່ອງຖອນອອກຈາກຂໍ້ຕົກລົງນີ້ຈະເຮັດໃຫ້ອາເມລິກາ ບໍ່ມີອິດທິພົນຊື່ສຽງໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ