ອີ​ຣານ​ຢັ້ງ​ຢືນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍຄືນ​ໃໝ່ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ​

(VOVWORLD) -ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Nasser Kanaani ໄດ້ຢັ້ງຢືນຄືນໃໝ່ນະໂຍບາຍຍຸດທະສາດຂອງອີຣານ ແມ່ນຊອກຫາວິທີການນຳໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ ໃນຂອບເຂດກົດໝາຍ ແລະ ກົດລະບຽບສາກົນ.
ອີ​ຣານ​ຢັ້ງ​ຢືນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍຄືນ​ໃໝ່ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ​ - ảnh 1ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ:  tasnimnews)

ວັນທີ 17 ກໍລະກົດ, ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ອອກສຽງຄັດຄ້ານບາງຄຳເຫັນວິຈານຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໃນການເດີນທາງໄປປະຕິບັດງານຢູ່ພາກຕາເວັນອອກກາງທີ່ຜ່ານມາ ເຊິ່ງອີຣານຖືວ່າ ພວມຍຸແຍ່ແນວຄິດ ປັດເຂ່ຍ ອີຣານ ໃນພາກພື້ນ.

ໃນຖະແຫຼງການຮ່ວມ ອາເມລິກາ - ອິດສະລາແອັນ ທີ່ໄດ້ຍົກອອກມາຢູ່ Jerusalem ໃນວັນທີ 14 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຊີ້ແຈ້ງວ່າ ອາເມລິກາ ຈະໝູນໃຊ້ທຸກແງ່ມູນກຳລັງຂອງປະເທດຊາດ ເພື່ອປະຕິບັດຄຳໝັ້ນສັນຍາບໍ່ອະນຸຍາດໃຫ້ ອີຣານ ຜະລິດອາວຸດນິວເຄຼຍ, ສືບຕໍ່ໃຫ້ຄຳໝັ້ນສັນຍາຮ່ວມມືກັບບັນດາຄູ່ຮ່ວມມືເພື່ອຈຳກັດຜົນສະທ້ອນຂອງອີຣານ ໃນພາກພື້ນ.

ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Nasser Kanaani ໄດ້ຢັ້ງຢືນຄືນໃໝ່ນະໂຍບາຍຍຸດທະສາດຂອງອີຣານ ແມ່ນຊອກຫາວິທີການນຳໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ ໃນຂອບເຂດກົດໝາຍ ແລະ ກົດລະບຽບສາກົນ. ອີຣານໃຫ້ຄຳໝັ້ນສັນຍາຈະສືບຕໍ່ດຳເນີນບັນດາການເຈລະຈາເພື່ອແນໃສ່ຍົກເລີກ ມາດຕະການລົງໂທດ ແລະ ຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015 ກັບບັນດາປະເທດມະຫາອຳນາດ, ຫຼືຍັງໄດ້ເອີ້ນວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA).

ຕອບກັບ

ຂ່າວ/ບົດ​ອື່ນ