ອີຣານ,ເຢຍລະມັນເຫັນດີເພີ່ມທະວີການຮ່ວມມື2ຝ່າຍໃນຫລາຍຂົງເຂດ

ອີຣານ,ເຢຍລະມັນເຫັນດີເພີ່ມທະວີການຮ່ວມມື2ຝ່າຍໃນຫລາຍຂົງເຂດ - ảnh 1
ທ່ານ​ປະທານ​າທິບໍດີ ອີຣານ Hassan Rouhani
(ພາບ: AP)

(vovworld) – ​    ວັນ​ທີ 03/02 ທີ່​ການ​ພົບ​ປະ​ກັບ​ທ່ານ Frank – Walter Steinmeier ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ ທີ່ພວມ​ຢູ່​ຢ້ຽມຢາມ Tehran, ທ່ານ​ປະທານ​າທິບໍດີ ອີຣານ Hassan Rouhani ຢືນຢັນ​ວ່າ: ອີຣານ ​ແລະ ​ເຢຍລະ​ມັນ ອາດ​ສາມາດ​ໜູນ​ໃຊ້ບັນດາກາລະ​ໂອກາດ ພາຍຫລັງ​ຂໍ້​ຕົກລົງ​ນິວ​ເຄຼຍ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ໃນ​ຫລາຍ​ຂົງ​ເຂດ. ທ່ານ Rouhani ​ໃຫ້​ຮູ້​ວ່າ: ອີຣານ ​ແລະ ​ເຢຍລະ​ມັນ ​​ເຄີຍ​ເປັນ​ຄູ່​ຮ່ວມ​ມື​ດ້ານເສດຖະກິດ​ທີ່​ເປັນ​ມູນ​ເຊື້ອ, ຄວນ​ຊຸກຍູ້​ບັນດາ​ແຜນ​ການ​ຮ່ວມ​ມື​ອັນ​ຍາວ​ນານ. ຕາມ​ທ່ານ​ປະທານາທິບໍດີ ອີຣານ ​ແລ້ວ, 2 ປະ​ເທດ​ສາມາດ​ຮ່ວມ​ມື​ໃນ​ບາງ​ຂົງ​ເຂດ​ຄື: ອຸດສາຫະກຳ, ຂຸດ​ຄົ້ນ​ບໍ່​ແຮ່, ພະລັງງານ, ທາງ​ລົດ​ໄຟ ​ແລະ ການທ່ອງທ່ຽວ.

        ສ່ວນ​ທ່ານ Steinmeier ຢືນຢັນ​ວ່າ: Berlin ຕັດສິນ​ໃຈ​ພັດທະນາ​ການ​ພົວພັນ​ກັບ Tehran ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່​ນດ້ານ​ການ​ເມືອ​ງ, ວັດທະນະທຳ ​ແລະ ການ​ສຶກສາ, ພ້​ອມທັງ​ເວົ້າ​ວ່າ: ການ​ຢ້ຽມ​ຢາມຄັ້ງ​ທີ 2 ຂອງ​ທ່ານ​ເຖິງ Tehran ​ໃນ 3 ​ເດືອນຜ່ານ​ມາ ສະ​ແດງ​ໃຫ້​ເຫັນວ່າ ​ເຢຍລະ​ມັນ ພ້ອມ​ແລ້ວທີ່​ຈະຊຸກຍູ້​ການ​ພົວພັນ​ກັບ ອີ​ຣານ.

 

ຂ່າວ/ບົດ​ອື່ນ