(ພາບ:vietbao.vn)
(vovworld)- ວັນທີ 6/6 ໂທລະພາບ Press TV ຂອງອີຣານ ໃຫ້ຂ່າວວ່າ: ທ່ານ Ali Asghar Soltanieh ຜູ້ຕາງໜ້າອົງການພະລັງງານປະລະມານູສາກົນ (IAEA) ປະຈຳປະເທດອິດຊະລາມນີ້ ໄດ້ປະກາດວ່າ: ເຕເຮຣານ ຈະບໍ່ຢຸດຕິບັນດາການເຄື່ອນໄຫວນິວເຄຼຍ ແລະ ເສີມທາດອູຣານຽມຕໍ່ໜ້າກຳລັງດັນຂອງປະຊາຄົມໂລກ. ທ່ານ Soltanieh ຢືນຢັນວ່າ: ນະໂຍບາຍນິວເຄຼຍຂອງອີຣານ ແມ່ນຈະແຈ້ງທີ່ສຸດ ແລະ ປະເທດນີ້ຈະສືບຕໍ່ບັນດາການເຄື່ອນໄຫວນິວເຄຼຍ, ນັບທັງການເສີມທາດອູຣານຽມ. ເຈົ້າໜ້າທີ່ທ່ານນີ້ຍັງຖືວ່າ: ບົດລາຍງານຫວ່າງມໍ່ໆມານີ້ຂອງ IAEA ກ່ຽວກັບໂຄງການນິວເຄຼຍຂອງອີຣານ ແມ່ນບໍ່ສາມາດຮັບຮູ້ໄດ້ ຍ້ອນມັນມີຄວາມໝາຍດຽວກັບເລື່ອງກໍ່ “ຄວາມເຄັ່ງຕຶງດ້ານການເມືອງ”. ກ່ອນໜ້ານນັ້ນ, ວັນທີ 5/6, ໃນຖະແຫຼງການຮ່ວມຍົກອອກມາທີ່ການປະຊຸມລັບຂອງ IAEA ຢູ່ນະຄອນຫຼວງວຽນ ປະເທດອົດຕາລິດ, ກຸ່ມ P5+1 ຊື່ງລວມມີອັງກິດ, ລັດເຊຍ, ອາເມລິກາ, ຝະລັ່ງ, ຈີນ ແລະ ເຢຍລະມັນ ໄດ້ຮຽກຮ້ອງໃຫ້ອີຣານ ຢຸດຕິບັນດາການເຄື່ອນໄຫວນິວເຄຼຍທີ່ຝືນກັບມະຕິສະບັບຕ່າງໆທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ.