ອະດີດນາຍົກລັດຖະມົນຕີຝຣັ່ງ Francois Fillon ຍາດໄດ້ໄຊຊະນະໃນການເລືອກຕັ້ງເບື້ອງຕົ້ນຮອບທີ2

ອະດີດນາຍົກລັດຖະມົນຕີຝຣັ່ງ Francois Fillon ຍາດໄດ້ໄຊຊະນະໃນການເລືອກຕັ້ງເບື້ອງຕົ້ນຮອບທີ2 - ảnh 1ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ Francois Fillon
(ພາບ: EPA/TTXVN)


(vovworld) –  ໝາກ​ຜົນ​ຂອງ​ການ​ນັບ​ບັດ​ຢູ່ສະ​ຖານ​ທ​ີ​່ປ່ອນ​ບັດ 9.915 ແຫ່ງໃນ​ຍອ​ດ​ຈຳ​ນວນ 10.288 ແຫ່ງ​ໃນ​ທົ່ວ​ປະ​ເທດ ຝ​ຣັ່ງ ແລະ ບັນ​ດາ​ແຂວງ​ຢູ່​ຕ່າງ​​ແດນ, ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ Francois Fillon ຍາດ​ໄດ້​ໄຊ​ຊະ​ນະ​ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ 66,5% ເມື່ອ​ທຽບ​ໃສ່​ 33,5% ບັດ​ສ​ະ​ໜັບ​ສະ​ໜູນ​ຂອງ​ທ່ານ Alain Juppe, ເຈົ້າ​ຄອງ​ນະ​ຄອນ Bordeaux ໃນ​ການ​ປ່ອນ​ບັດ​ໃນ​ເບື້ອງ​ຕົ້ນ​ຮອບ​ທີ​ສອງ ​ຂອງ​ຝ່າຍຂວາ. ດ້ວຍ​ໄຊ​ຊະ​ນະ​ດັ່ງ​ກ່າວ, ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Francois Fillon ຈະ​ຕາງ​ໜ້າ​ໃຫ້​ຝ່າຍ​ຂວາ ແລະ ​​ຝ່າຍກາງ​ຂວາໃນ​ການ​ຊ່ວງ​ເສັງ​ເຂົ້າ​ວັງ Elysee ເຊິ່ງຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​​ຂຶ້ນໃນ​ເດືອນ 4 ແລະ ເດືອນ 5/2017.


ຂ່າວ/ບົດ​ອື່ນ