ອະນຸຍາດ​ໃຫ້​ສິນຄ້າ​ຜ່ານ​​ດ່ານ​ຊາຍ​ແດນ ​ກົກນາມ, ​ແຂວງ​ລ້າງ​ເຊີນ ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 6 ມີນາ, ຄູ່ດ່ານຊາຍແດນ ກົກນາມ ຢູ່ແຂວງລ້າງເຊີນຂອງຫວຽດນາມ ກັບ ຫຼຸງຂວາຍ ຂອງ ຈີນ ໄດ້ກັບຄືນສູ່ການເຄື່ອນໄຫວອະນຸຍາດໃຫ້ສິນຄ້ານໍາເຂົ້າ - ສົ່ງອອກຜ່ານດ່ານ ເປັນປົກກະຕິ ນັບແຕ່ເວລາ 10 ໂມງ 30 ນາທີ ຂອງວັນທີ 6 ມີນາ.

        ສໍາລັບປະເພດສິນຄ້າທີ່ອະນຸຍາດໃຫ້ຜ່ານດ່ານ ແມ່ນຜະລິດຕະພັນກະເສດ, ໝາກໄມ້, ສ່ວນບັນດາປະເພດສິນຄ້າສິນໃນນໍ້າ ແມ່ນຍັງບໍ່ທັນໄດ້ຮັບການອະນຸຍາດເທື່ອ.

        ເພື່ອເປັນເຈົ້າການໃນການນໍາເຂົ້າ, ສົ່ງອອກສິນຄ້າຜ່ານແດນ, ແຂວງລ້າງເຊີນ ໄດ້ຊີ້ນໍາໃຫ້ບັນດາກໍາລັງເຈົ້າໜ້າທີ່ຢູ່ດ່ານຊາຍແດນ ຈັດຕັ້ງການຄຸ້ມຄອງ, ຕິດຕາມກວດກາການນໍາເຂົ້າສົ່ງອອກຜ່ານດ່ານຊາຍແດນຢ່າງແໜ້ນແຟ້ນ; ປະຕິບັດບັນດາຂັ້ນຕອນສໍາລັບລົດລາງພາຫະນະຂົນສົ່ງ ແລະ ຜູ້ຂັບລົດຢ່າງເຂັ້ມງວດ, ກວດກາເງື່ອນໄຂຢູ່ສະຖານທີ່ແຍກຕົວຕາມຂໍ້ກໍານົດ.

        ຕາມຫ້ອງການພາສີ ດ່ານຊາຍແດນກົກນາມ ແລ້ວ, ນັບແຕ່ເວລາ 10 ໂມງ 30 ນາທີຈົນຮອດໝົດ 12 ໂມງ 00 ນາທີຕອນກາງຄືນຂອງວັນທີ 6 ມີນາ, ຫົວໜ່ວຍດັ່ງກ່າວ ໄດ້ສົມທົບກັບກໍາລັງເຈົ້າໜ້າທີ່ກ່ຽວຂ້ອງໃນບໍເວນ ເຮັດລະບຽບການຜ່ານແດນໃຫ້ແກ່ລົດຕູ້ container ບັນຈຸຜະລິດຕະພັນກະເສດໄດ້ 8 ຄັນ,  ເປັນຕົ້ນແມ່ນໝາກໄມ້ສົດຂອງຫວຽດນາມ ສົ່ງອອກໄປຍັງຈີນ.


ຕອບກັບ

ຂ່າວ/ບົດ​ອື່ນ