(ພາບປະກອບ)
(vovworld) - ນາຍົກລັດຖະມົນຕີຫາກໍປະກາດໃຊ້ຂໍ້ຕົກລົງອະນຸມັດແຜນການກຳນົດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030. ຕາມຂໍ້ຕົກລົງແລ້ວ: ຈຸດໝາຍສັງລວມຮອດປີ 2020, ການທ່ອງທ່ຽວຈະກາຍເປັນຂະແໜງເສດຖະກິດປາຍແຫຼມຂອງຫວຽດນາມ ໂດຍພື້ນຖານ, ມີລັກສະນະວິະຊາການດ້ວຍລະບົບພື້ນຖານດ້ານວັດຖຸ, ເຕັກນິກຢ່າງຄົບຊຸດ ແລະ ທັນສະໄໝ; ຜະລິດຕະພັນການທ່ອງທ່ຽວມີຄຸນນະພາບສູງ, ຫຼາຍຮູບຫຼາຍແບບ, ມີເຄື່ອງໝາຍການຄ້າ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ, ສາມາດແກ່ງແຍ້ງກັບບັນດາປະເທດໃນພາກພື້ນ ແລະ ໃນໂລກໄດ້. ຕາມຂໍ້ຕົກລົງແລ້ວ, ຈະມີເຂດທ່ອງທ່ຽວ 7 ແຫ່ງ ດ້ວຍບັນດາພັນການທ່ອງທ່ຽວພິເສດສະເພາະຕາມແຕ່ລະເຂດ; 46 ເຂດທ່ອງທ່ຽວແຫ່ງຊາດ; 41 ສະຖານທີ່ທ່ອງທ່ຽວແຫ່ງຊາດ; 12 ຕົວເມືອງທ່ອງທ່ຽວ ແລະ ບາງເຂດ, ສະຖານທີ່ທ່ອງທ່ຽວສຳຄັນອື່ນໆອີກ ໄດ້ສ້າງກຳລັງໜູນເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວໃຫ້ແກ່ເຂດຕ່າງໆ ແລະ ທົ່ວປະເທດ.