ອະ​ນຸ​ມັດ​ແຜນ​ການ​ປະ​ຕິ​ບັດ​ການ​ວາງ​ແຜນ​ກຳ​ນົດການ​ພັດ​ທະ​ນາ​ໄຟ​ຟ້າ​ແຫ່ງ​ຊາດ ໄລ​ຍະ 2021 – 2030

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຫາກໍ່ເຊັ່ນຂໍ້ຕົກລົງວ່າດ້ວຍການອະນຸມັດ ແຜນການປະຕິບັດການວາງແຜນກຳນົດການພັດທະນາ ໄຟຟ້າແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050.
ອະ​ນຸ​ມັດ​ແຜນ​ການ​ປະ​ຕິ​ບັດ​ການ​ວາງ​ແຜນ​ກຳ​ນົດການ​ພັດ​ທະ​ນາ​ໄຟ​ຟ້າ​ແຫ່ງ​ຊາດ ໄລ​ຍະ 2021 – 2030 - ảnh 1ພາບປະກອບ: VOV

ການອະນຸມັດແຜນການດັ່ງກ່າວແມ່ນເພື່ອແນໃສ່ປະຕິບັດການຫັນປ່ຽນພະລັງງານຢ່າງແຮງ ຈາກເຊື້ອເພີງຝອກຊິວ ໄປຍັງບັນດາແຫຼ່ງພະລັງງານໃໝ່, ພະລັງງານທົດແທນ ເພື່ອຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ປະກອບສ່ວນມຸ່ງໄປເຖິງບັນດາເປົ້າໝາຍໄດ້ໃຫ້ຄຳໝັ້ນສັນຍາຕາມການປະກອບສວ່ນ ໂດຍປະເທດຕັດສິນໃຈເອງ ແລະ ເປົ້າໝາຍການປ່ອຍອາຍພິດລົງລະດັບ “0” ໃນປີ 2050 ຂອງ ຫວຽດນາມ.

ແຜນການໄດ້ຖືເປັນສຳຄັນການພັດທະນາແຫຼ່ງໄຟຟ້າພະລັງງານທົດແທນ ຮັບໃຊ້ການສົ່ງອອກ, ຜະລິດພະລັງງານໃໝ່ ດ້ວຍຂອບຂະໜາດສົ່ງອອກແຕ່ 5.000 MW ຫາ 10.000 MW; ໃຫ້ບຸລິມະສິດພັດທະນາຢູ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາພະລັງງານທົດແທນທີ່ດີ, ພື້ນຖານໂຄງລ່າງໄຟຟ້າທີ່ສະດວກ, ຂອບຂະໜາດພັດທະນາສູ້ຊົນບັນລຸ 5.000 MW (ສ່ວນຫຼາຍແມ່ນແຫຼ່ງໄຟຟ້າແຮງລົມນອກຝັ່ງທະເລ).

ຕອບກັບ

ຂ່າວ/ບົດ​ອື່ນ