ອາກຊັງຕິນ: ສັນຍານສຽງໃໝ່ທີ່ຫາກໍ່ໄດ້ຍິນບໍ່ແມ່ນມາຈາກກ່ຳປັ່ນດຳນ້ຳທີ່ຖືກຫາຍສາບສູນ

(VOVWORLD) -ວັນທີ 20 ພະຈິກ, ໂຄສົກກຳລັງທະຫານເຮືອ ອາກຊັງຕິນ Enrique Balbi ໃຫ້ຮູ້ວ່າ, ສັນຍານສຽງທີ່ຫາກໍ່ໄດ້ຍິນກ່ອນໜ້ານັ້ນ 2 – 3 ຊົ່ວໂມງ ບໍ່ແມ່ນສຽງທີ່ມາຈາກກ່ຳປັ່ນດຳນ້ຳຖືກຫາຍສາບສູນ.

ອາກຊັງຕິນ: ສັນຍານສຽງໃໝ່ທີ່ຫາກໍ່ໄດ້ຍິນບໍ່ແມ່ນມາຈາກກ່ຳປັ່ນດຳນ້ຳທີ່ຖືກຫາຍສາບສູນ - ảnh 1ກ່ຳປັ່ນດຳນ້ຳ ARA San Juan

(ພາບ: Getty)

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາກຊັງຕິນ Mauricio Macri ໄດ້ເດີນທາງໄປເຖິງນະຄອນ Mar del Plata, ເຊິ່ງແມ່ນເຂດທີ່ຕັ້ງກອງກຳລັງກ່ຳປັ່ນດຳນ້ຳ ARA San Juan, ເພື່ອຢື້ຢາມຖາມຂ່າວ ແລະ ລະດົມກຳລັງໃຈບັນດາຍາດຕິພີ່ນ້ອງຂອງທະຫານ 44 ຄົນ ຢູ່ທີ່ໃນກ່ຳປັ່ນດຳນ້ຳລຳນັ້ນ ປະຈຸບັນພວມມີໜ້າຢູ່ຖານທີ່ໝັ້ນການທະຫານ. ຕາມແຜນການທີ່ຄາດຄະເນໄວ້, ກ່ຳປັ່ນດຳນ້ຳ ARA San Juan ຕ້ອງເຂົ້າທຽບທ່າໃນວັນທີ 19 ພະຈິກ ຢູ່ນະຄອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ