(vovworld) - ວັນທີ 19/8, ອາກາດບໍ່ດີແມ່ນສາຍເຫດທີ່ພາໃຫ້ເຮືອບິນເກີດອຸບັດຕິເຫດຢູ່ຊູດັງ ເຊິ່ງເຮັດໃຫ້ 31 ຄົນເສຍຊີວິດ. ສຳນັກຂ່າວສານທາງການ SUNA ຂອງຊູດັງ ໄດ້ຢືນຢັນແຫຼ່ງຂ່າວດັ່ງກ່າວ. ຍ້ອນອາກາດບໍ່ດີໄດ້ຈຳກັດການສັງເກດ, ສະນັ້ນໃນຄັ້ງທີ 2 ທີ່ເຮືອບິນພະຍາຍາມລົງຈອດຢູ່ສະໜາມບິນທີ່ນະຄອນ Talodi, ລັດ Kordofan ຢູ່ພາກໃຕ້ປະເທດນີ້, ນັກບິນຂັບຍົນ Antonov ຂົນສົ່ງຄະນະລັດຖະບານຊູດັງ ໄດ້ຕຳໃສ່ພູ ເຮັດໃຫ້ເຮືອບິນລະເບີດ. ເຮືອບິນລຳດັ່ງກ່າວໄດ້ບິນຈາກ Khartoum, ຂົນສົ່ງຄະນະເຈົ້າໜ້າທີ່ຂັ້ນສູງລັດຖະບານຊູດັງ ໄປຍັງລັດ Kordofan ເພື່ອເຂົ້າຮ່ວມພິທີອັດເທດສະການ Ramandanຂອງຊາວມຸດສະລິມ.